ຫວຽດນາມ ແລະ ສິງກະໂປ ຊຸກຍູ້ການຮ່ວມມືໃນດ້ານປ້ອງກັນຊາດ

(VOVWORLD) -ການຮ່ວມມືດ້ານປ້ອງກັນປະເທດ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນລະຫວ່າງສອງປະເທດ

        ໂດຍໄດ້ຮັບຄໍາເຊີນຂອງທ່ານພົນຕີ Melvyn Ong, ຜູ້ບັນຊາການກໍາລັງປ້ອງກັນຊາດ ສິງກະໂປ, ຄະນະຜູ້ແທນຂັ້ນສູງ ກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ກໍາມະການຜູ້ປະຈໍາການຄະນະພັກການທະຫານສູນກາງ, ເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະເດີນທາງໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 ກຸມພາ - 2 ມີນາ.

ຫວຽດນາມ ແລະ ສິງກະໂປ ຊຸກຍູ້ການຮ່ວມມືໃນດ້ານປ້ອງກັນຊາດ - ảnh 1ທ່ານພົນໂທ ຟານວັນຢາງ ເຂົ້າຢ້ຽມຂໍ່ານັບທ່ານ  Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ (ພາບ:qdnd.vn)

        ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 01 ມີນາ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ. ທີ່ການຕ້ອນຮັບ, ທ່ານ Ng Eng Hen ຫວັງວ່າ ໃນປີຮັບໜ້າທີ່ເປັນປະທານ ອາຊຽນ ປີ 2020, ຫວຽດນາມ ຈະເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມ, ປະກອບສ່ວນປັບປຸງໂຄງສ້າງຄວາມສະຫງົບປອດໄພໃນພາກພື້ນ. ທ່ານ Ng Eng Hen ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນລະຫວ່າງສອງປະເທດ, ຕົວທ່ານ Ng Eng Hen ເອງ ກໍຈະສ້າງເງື່ອນໄຂສະດວກເພື່ອໃຫ້ກອງທັບສອງປະເທດ ເພີ່ມທະວີການຮ່ວມມືດີກວ່າອີກໃນໄລຍະຈະມາເຖິງ.

        ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າ ໃນປີຫວຽດນາມ ຮັບໜ້າທີ່ເປັນປະທານ ອາຊຽນ ຈະສືບຕໍ່ໄດ້ຮັບການແບ່ງປັນບົດຮຽນ ຈາກສິງກະໂປ ໃນວຽກງານການຈັດຕັ້ງ, ຜ່ານນັ້ນ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງຫວຽດນາມ ກໍຄື ອາຊຽນ.

        ແລະກໍໃນວັນດຽວກັນ, ຢູ່ສໍານັກງານກອງບັນຊາກໍາລັງປະກອບ ອາວຸດ ສິງກະໂປ ໄດ້ດໍາເນີນພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານ ພົນຕີ Melvyn Ong, ຜູ້ບັນຊາການກໍາລັງປ້ອງກັນຊາດ ສິງກະໂປ ເປັນເຈົ້າພາບ. ພາຍຫຼັງພິທີ, ສອງຝ່າຍໄດ້ດໍາເນີນການເຈລະຈາ. ສອງຝ່າຍເຫັນດີເປັນເອກະພາບຮ່ວມມືກັນດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ, ແທດຈິງກວ່າອີກ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ. ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືລະຫວ່າງບັນດາເຫຼ່ົາຮົບ, ໂດຍສະເພາະແມ່ນບັນດາກໍາລັງປ້ອງກັນທະເລ; ຍົກສູງປະສິດທິຜົນບັນດາຂໍ້ຕົກລົງທີ່ໄດ້ລົງນາມກັນ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຮ່ວມມືໃນຂົງເຂດໜູນຊ່່ວຍມະນຸດສະທໍາ ແລະ ກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ