ຫວຽດນາມ ແລະ ສິງກະໂປໃຫ້ຄຳໝັ້ນສັນຍາພ້ອມກັນສ້າງປະຊາຄົມ ອາຊຽນ

(VOVWORLD) - ວັນທີ 29 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 72 ປີ. 
ຫວຽດນາມ ແລະ ສິງກະໂປໃຫ້ຄຳໝັ້ນສັນຍາພ້ອມກັນສ້າງປະຊາຄົມ ອາຊຽນ - ảnh 1 ພິທີສະເຫຼີມສະຫຼອງຢູ່ ສິງກະໂປ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຕ໋ຽນມີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ເນັ້ນໜັກວ່າ: ໃນວິວັດການພັດທະນາຂອງ ຫວຽດນາມ, ຍາມໃດສິງກະໂປ ກໍ່ແມ່ນຄູ່ຮ່ວມມືທີ່ເຂັ້ມແຂງ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ: ການຢ້ຽມຢາມ ຫວຽດນາມຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໃນເດືອນ ມີນາ 2017 ແລະ ໃນເດືອນ ພະຈິກ ຈະມາເຖິງ ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດ APEC, ພ້ອມກັບບັນດາການຢ້ຽມຢາມຂັ້ນສູງຂອງ 2 ຝ່າຍ ໃນປີນີ້ຈະນຳການພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຂຶ້ນສູ່ລະດັບສູງໃໝ່, ສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຮຽກຮ້ອງຕ້ອງການຂອງ 2 ປະເທດ. ພິເສດ, ໃນສະພາບການ ອາຊຽນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ມີຄວາມຮັບຜິດຊອບເພື່ອພ້ອມກັບບັນດາປະເທດສະມາຊິກສ້າງປະຊາຄົມ ອາຊຽນ ສັນຕິພາບ, ສາມັກຄີ ແລະ ພັດທະນາວັດທະນາຖາວອນ ກໍ່ຄືຮັກສາບົດບາດໃຈກາງໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ