ຫວຽດນາມ ແລະ ສ.ບົດວານາ ເພີ່ມທະວີ ການຮ່ວມມື 2 ຝ່າຍ

ຫວຽດນາມ ແລະ ສ.ບົດວານາ ເພີ່ມທະວີ ການຮ່ວມມື 2 ຝ່າຍ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ສ​.ບົດ​ວາ​ນາ ​ເລ​ຮຸຍ​ຮ່ວາງ
ພົບປະກັບປະທານາທິບໍ​ດີ ສ​.ບົດ​ວາ​ນາ Khama Ian Khama
(ພາບ: TTXVN)


(vovworld) – ວັນ​ທີ 06/06, ທ່ານ​ເອກ​ອັກຄະ​ລັດຖະທູດວິ​ສາມັນ, ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ. ຫວຽດນາມ ປະຈຳ ສ​.ບົດ​ສວາ​ນາ ​ເລ​ຮຸຍ​ຮ່ວາງ ​ໄດ້​ຍື່ນ​ສານ​ຕາ​ຕັ້ງຕໍ່​ທ່ານ​ປະທານາທິບໍ​ດີ ສ​.ບົດ​ວາ​ນາ Khama Ian Khama ຢູ່​ທຳນຽບປະທານາທິບໍດີ ທີ່​ນະຄອນຫຼວງ Gaborone. ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮຸຍ​ຮ່ວາງ ​ໄດ້​ສົ່ງ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ບັນດາ​ການ​ນຳ​ພັກ ​ແລະ ລັດ​ຫວຽດນາມ ທີ່​​ເຊີນ​ທ່ານປະທານາທິບໍ​ດີ Khama Ian Khama ມາ​ຢ້ຽມຢາມ​ຫວຽດນາມ, ຢືນຢັນ​ຄວາມ​ປາດ​ຖະໜາ ​ແລະ ຄວາມ​ຕັດສິນ​ໃຈ​ຂອງລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ລັດຖະບານ ​ແລະ ປະຊາຊົນ ບົດ​ວາ​ນາ ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮຸຍ​ຮ່ວາງ ສະ​ເໜີ​ໃຫ້​ລັດຖະບານ ບົດ​ວາ​ນາ  ສະໜັບສະໜູນ​ຫວຽ​ດນາມ ອອກ​ສະໝັກ​​ເຂົ້າເປັນສະມາຊິກ​ສະພາບໍລິຫານງານ UNESCO, ສະພາ​ເສດຖະກິດ​ສັງຄົມ​ ​ແລະ ສະພາ​ຄວາມ​ໝັ້ນຄົງ​ສະ​ຫະປະຊາ​ຊາດ.

ຂ່າວ/ບົດ​ອື່ນ