ຫວຽດ​ນາມ ແລະ ສ​ປ​ຊ ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ທົ່ວ​ໂລກ

(VOVWORLD) -ຕອນບ່າຍວັນທີ 13 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Pauline Tamesis ຜູ້ປະສານງານ ປະຈຳ ສປຊ ປະຈຳ ຫວຽດນາມ, ພ້ອມກັບຜູ້ຕາງໜ້າອົງການຂອງ ສປຊ ປະຈຳ ຫວຽດນາມ. 
ຫວຽດ​ນາມ ແລະ ສ​ປ​ຊ ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ທົ່ວ​ໂລກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານນາງ Pauline Tamesis ຜູ້ປະສານງານ ປະຈຳ ສປຊ ປະຈຳ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງ ສປຊ ທີ່ສະຫງວນໃຫ້ແກ່ ຫວຽດນາມ ໃນຕະຫຼອດໄລຍະ 45 ປີຜ່ານມາ. ພິເສດແມ່ນຜ່ານກົນໄກ COVAX, ສປຊ ໄດ້ໜູນຊ່ວຍ ຫວຽດນາມ ວັກຊິນ, ວັດຖຸອຸປະກອນການແພດໃຫ້ ຫວຽດນາມ, ຊ່ວຍຫວຽດນາມ ຄວບຄຸມພະຍາດໂຄວິດ - 19 ຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຍູ້ແຮງການປະຕິບັດໂຄງການເປົ້າໝາຍທົ່ວໂລກ, ສະເໜີ ສປຊ ສືບຕໍ່ໜູນຊ່ວຍຫວຽດນາມ ບໍ່ພຽງແຕ່ກ່ຽວກັບດ້ານການເງິນເທົ່ານັ້ນ, ຫາກຍັງກ່ຽວກັບດ້ານວິຊາການ, ເຕັກນິກ ແລະ ປະສົບການຈາກເຄືອຂ່າຍທົ່ວໂລກ ຂອງ ສປຊ ອີກດ້ວຍ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ຫວຽດນາມ ພວມຕ້ອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ດັ່ງນັ້ນ, ຕ້ອງມີການຮ່ວມມືໜູນຊ່ວຍຈາກ ສປຊ ຕໍ່ບັນຫານີ້, ພິເສດແມ່ນຄຳໝັ້ນສັນຍາບັນລຸໄດ້ການປ່ອຍທາດພິດລົງລະດົບ 0 ໃນປີ 2050.

ສ່ວນຝ່າຍ ສປຊ, ທ່ານນາງ Pauline Tamesis ຕີລາຄາສູງການປະກອບສ່ວນທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີປະສິດທິຜົນຂອງ ຫວຽດນາມ ຕໍ່ບັນດາການເຄື່ອນໄຫວຂອງ ສປຊ, ທ່ານນາງ ຢັ້ງຢືນວ່າ ສປຊ ຈະສືບຕໍ່ຮຽງບ່າຮຽງໄຫລ່, ຮ່ວມເດີນທາງເພື່ອໃຫ້ ຫວຽດນາມ ສາມາດກຳໄດ້ບັນດາກາລະໂອກາດໃໝ່ ແລະ ຮັບມືກັບບັນດາສິ່ງທ້າທາຍ, ລະດົມແຫຼ່ງກຳລັງສາກົນ, ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ