ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ: ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ຊ່ວຍ​ເຫຼືອ ຊີ​ຣີ ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

(VOVWORLD) - ວັນທີ 29 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ຢູ່ນິວຢອກ ໄດ້ຮັບຟັງການລາຍງານ ແລະ ການແລກປ່ຽນກ່ຽວກັບສະພາບການມະນຸດສະທຳຢູ່ຊີຣີທີ່ຖືກຜົນສະທ້ອນຢ່າງໜັ້ກໜ່ວງຈາກໂລກລະບາດ Covid – 19.
ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ: ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ຊ່ວຍ​ເຫຼືອ ຊີ​ຣີ ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19     - ảnh 1ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ຊີຣີ (ພາບ: TTXVN) 

ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍ, ເພື່ອຄ້ຳປະກັນດ້ານສະບຽງອາຫານ ແລະ ເພີ່ມທະວີຄວາມສາມາດໃນການຮັບມືກັບໂລກລະບາດ Covid – 19.

ເມື່ອແບ່ງປັນທັດສະນະກັບບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ທ່ານ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການການເຄື່ອນໄຫວມະນຸດສະທຳຢູ່ທຸກໆເຂດ, ພາກຂອງຊີຣີຜ່ານການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບ, ປະຕິບັດຂໍ້ຕົກລົງຢຸດຍິງຢູ່ເຂດຕາເວັນຕົກສ່ຽງເໜືອຢ່າງເຂັ້ມງວດ ແລະ ຕອບສະໜອງຄຳຮຽກຮ້ອງຢຸດຍິງໃນທົ່ວປະເທດຂອງ ທ່ານ ເລຂາທິການໃຫຍ່ ສປຊ. ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ການໜູນຊ່ວຍປະຊາຊົນຊີຣີຂອງປະຊາຄົມສາກົນ ແລະ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືລະຫວ່າງ ລັດຖະບານຊີຣີ ແລະ ບັນດາອົງການສປຊ ໃນບັນຫານີ້. ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ 2 ໜ້າທີ່ບຸລິມະສິດ ກ່ອນອື່ນໝົດ ແມ່ນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເພີ່ມທະວີຄວາມສາມາດໃນການຮັບມືກັບໂລກລະລາດ Covid – 19 ໃຫ້ແກ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ