ຫວຽດນາມ ແລະ ສະຫະປະຊາຊາດ ຮຽກຮ້ອງເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາໃນການຫັນປ່ຽນພະລັງານຢ່າງຍຸຕິທຳ

(VOVWORLD) - ຕ້ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາປະເທດພວມພັດທະນາ ໃນການຫັນປ່ຽນພະລັງງານ ເພື່ອຮັບປະກັນເປົ້າໝາຍຫັນປ່ຽນພະລັງງານທົດແທນຢ່າງຍຸຕິທຳໃນທົ່ວໂລກ.
ຫວຽດນາມ ແລະ ສະຫະປະຊາຊາດ ຮຽກຮ້ອງເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາໃນການຫັນປ່ຽນພະລັງານຢ່າງຍຸຕິທຳ - ảnh 1(ທີ່ການໂອ້ລົມສົນທະນາ)

        ວັນທີ 27 ສິງຫາ, ສະພາບໍລິຫານງານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດການໂອ້ລົມສົນທະນາກັບບັນດາປະເທດສະມາຊິກສະຫະປະຊາຊາດກ່ຽວກັບການກະທຳເພື່ອຍູ້ໄວວິວັດການນຳໃຊ້ພະລັງງານແບບຍືນຍົງໃຫ້ແກ່ການພັດທະນາ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ, ຕ້ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ບັນດາປະເທດພວມພັດທະນາ ໃນການຫັນປ່ຽນພະລັງງານ ເພື່ອຮັບປະກັນເປົ້າໝາຍຫັນປ່ຽນພະລັງງານທົດແທນຢ່າງຍຸຕິທຳໃນທົ່ວໂລກ.

        ທ່ານຖືວ່າ, ສະຫະປະຊາຊາດ ແລະ UNDP ອາດສວມບົດບາດສຳຄັນໃນວິວັດການດັ່ງກ່າວຜ່ານບັນດາການກະທຳລະອຽດ. ພ້ອມກັນນັ້ນ, UNDP ຕ້ອງເຂົ້າຮ່ວມວິວັດການວາງແຜນນະໂຍບາຍກ່ຽວກັບການຂຸດຄົ້ນແຮ່ທາດທີ່ຈຳເປັນໃຫ້ແກ່ການຫັນປ່ຽນພະລັງງານ, ໂດຍຄິດໄລ່ເຖິງເງື່ອນໄຂ ແລະ ຄວາມສົນໃຈຂອງບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ