ຫວຽດນາມ ແລະ ສະຫະປະຊາຊາດຮຽງບ່າຮຽງໄຫລ່ເພື່ອເປົ້າໝາຍການພັດທະນາແບບຍືນຍົງ

(VOVWORLD) - ຫວຽດນາມ ໄດ້ເຂົ້າຮ່ວມສະຫະປະຊາຊາດໃນວັນທີ 24 ກັນຍາ ປີ 1977 ຢ່າງເປັນທາງການ. ນັບແຕ່ນັ້ນເປັນຕົ້ນມາ, ການພົວພັນລະຫວ່າງ ຫວຽດນາມ ກັບສະຫະປະຊາຊາດນັບມື້ນັບພັດທະນາ.

        ກ່ວາ 30 ປີຜ່ານມາ, ການຊ່ວຍເຫຼືອຂອງສະຫະປະຊາຊາດທີ່ສະຫງວນໃຫ້ ຫວຽດນາມ ມີຄວາມໝາຍຍິ່ງໃຫຍ່ທີ່ສຸດ, ສຸມໃສ່ໜູນຊ່ວຍໃນຫລາຍຂົງເຂດທີ່ຈຳເປັນ ກ່ຽວກັບການພັດທະນາເສດຖະກິດ, ສ້າງລະບອບລະບຽບການ, ກົດໝາຍ, ແກ້ໄຂບັນດາບັນຫາຮ້ອນເຮັ່ງໃນສັງຄົມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮ່ວາຍຈູງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າຂອງບັນດາອົງການຈັດຕັ້ງພັດທະນາສະຫະປະຊາຊາດນັບແຕ່ຊຸມປີທີ່ປະສົບກັບຄວາມຫຍຸ້ງຍາກໃນການກໍ່ສ້າງປະເທດຄືນໃໝ່ພາຍຫລັງສົງຄາມ, ຖືກປິດລ້ອມ, ຂວ້ຳບາດ, ກໍ່ຄືໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນໃນວັນນີ້.

ຫວຽດນາມ ແລະ ສະຫະປະຊາຊາດຮຽງບ່າຮຽງໄຫລ່ເພື່ອເປົ້າໝາຍການພັດທະນາແບບຍືນຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີງ ຕ້ອນຮັບທ່ານ   Kamal Malhotra ຜູ້ປະສານງານຂອງສະຫະປະຊາຊາດປະຈຳ ຫວຽດນາມ (ພາບ: VGP)

        ໄປຄຽງຄູ່ກັນນັ້ນ, ສະຫະປະຊາຊາດໄດ້ກາຍເປັນເວທີປາໄສເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍບັນດາຄຳຮຽກຮ້ອງຂອງນະໂຍບາຍການພົວພັນຕ່າງປະເທດ. ຫວຽດນາມ ໄດ້ຍາດແຍ່ງເອົາເວທີປາໄສສະຫະປະຊາຊາດເປັນພື້ນຖານເພື່ອເພີ່ມທະວີການພົວພັນກັບບັນດາອົງການຈັດຕັ້ງໃນລະບົບຂອງສະຫະປະຊາຊາດ, ເປີດກ້ວາງການພົວພັນ 2 ຝ່າຍ ແລະ ຫລາຍຝ່າຍກັບບັນດາປະເທດ, ອົງການຈັດຕັ້ງສາກົນ.

        ທ່ານ Kamal Malhotra ຜູ້ປະສານງານຂອງສະຫະປະຊາຊາດປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ສະຫະປະຊາຊາດຈະສືບຕໍ່ໜູນຊ່ວຍຢ່າງແຮງ ແລະ ຮຽງບ່າຮຽງໄຫລ່ກັບ ຫວຽດນາມ ເພື່ອບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ.

        ປັດຈຸບັນ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ເລື່ອງຊຸກຍູ້ການພົວພັນກັບສະຫະປະຊາຊາດ ແລະ ຍົກສູງການນຳໃຊ້ແຫຼ່ງກຳລັງໜູນຊ່ວຍຂອງສະຫະປະຊາຊາດຢ່າງມີປະສິດທິຜົນສູງກ່ວາອີກ ແນໃສ່ຮັບໃຊ້ໂດຍກົງໃຫ້ແກ່ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ແມ່ນຈຳເປັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ