ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ ໃນ​ການ​ຢ້ຽມ​ຢາມຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin

(VOVWORLD) - ການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຄັ້ງນີ້ ຈະປະກອບສ່ວນສ້າງກຳລັງໜູນສຳຄັນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ກໍຄືຊ່ວຍໃຫ້ສອງຝ່າຍກຳນົດ ແລະ ຕົກລົງເປັນເອກະພາບທິດທາງ, ມາດຕະການຍູ້ແຮງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຢ່າງແຮງກວ່າອີກ.
ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມືຫຼາຍ​ສະ​ບັບ ໃນ​ການ​ຢ້ຽມ​ຢາມຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເປັນສັກຂີພິຍານພິທີລົງນາມ (ພາບ: VOV)

ພາຍຫຼັງກອງປະຊຸມສົນທະນາສອງຝ່າຍ ລະຫວ່າງທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ດຳເນີນໃນຕອນບ່າຍວັນທີ 20 ມິຖຸນາ, ຢູ່ທຳນຽບປະທານປະເທດ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີມອບ - ຮັບເອກະສານຮ່ວມມືຫຼາຍສະບັບທີ່ໄດ້ລົງນາມເນື່ອງໃນໂອກາດນີ້ດ້ວຍ, ເຊິ່ງລວມມີ: ສັນຍາລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດການສຶກສາຂັ້ນມະຫາວິທະຍາໄລ; ໂຄງການຮ່ວມມືໄລຍະ 2024 – 2025 ລະຫວ່າງກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳ ລັດເຊຍ; ບົດບັນທຶກຊ່ວຍຈຳວ່າດ້ວຍຂັ້ນຕອນປະຕິບັດໂຄງການກໍ່ສ້າງ ສູນວິທະຍາສາດເຕັກໂນໂລຢີນິວເຄຼຍຢູ່ດິນແດນ ຫວຽດນາມ ລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ກັບ ກຸ່ມບໍລິສັດພະລັງງານປະລະມານູ Rosatom…

        ກ່າວຄຳເຫັນທີ່ການພົບປະກັບວົງການສື່ມວນຊົນຂອງສອງປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ສອງຝ່າຍຫາກໍດຳເນີນກອງປະຊຸມສົນທະນາດ້ວຍຜົນສຳເລັດຢ່າງຈົບງາມ.

        “ການຮ່ວມມືດ້ານເສດຖະກິດ ແມ່ນຂົງເຂດເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ເຈລະຈາ ແລະ ຍົກລະດັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບ ສະຫະພັນເສດຖະກິດ ອາຊີ - ເອີຣົບ ໂດຍໄວ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ. ສອງຝ່າຍສະໜັບສະໜູນສືບຕໍ່ຍົກສູງປະສິດທິຜົນຂອງບັນດາໂຄງການຫຼັກແຫຼ່ງໃນຂົງເຂດພະລັງງານ ແລະ ອາຍແກັດ, ໂດຍສະເພາະແມ່ນສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສອງປະເທດເປີດກວ້າງການລົງທຶນ, ເຄື່ອນໄຫວໃນດິນແດນຂອງກັນ, ສອດຄ່ອງກັບກົດໝາຍຂອງສອງປະເທດ ແລະ ກົດໝາຍສາກົນ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບດຳເນີນການຄົ້ນຄວ້າໂດຍໄວ ເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດພະລັງງານໃໝ່, ພະລັງງານສະອາດ, ປະກອບສ່ວນເຂົ້າໃນການຫັນເປັນສີຂຽວ, ພັດທະນາແບບຍືນຍົງ.”

        ສ່ວນທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະແດງຄວາມຂອບໃຈໂດຍພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຢ່າງສົມກຽດ, ໃຈຈິງ ແລະ ລອບຄອບ. ທ່ານເນັ້ນໜັກວ່າ ລັດເຊຍ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ຫວຽດນາມ ເປັນສຳຄັນ ແລະ ສາຍພົວພັນນີ້ ຈະສືບຕໍ່ພັດທະນາ, ຈິດໜຶ່ງໃຈດຽວ ດ້ວຍເນື້ອໃນຈິດໃຈ ຍຸຕິທຳ, ເຄົາລົບເຊິ່ງກັນແລະກັນ ແລະ ຖືຜົນປະໂຫຍດຂອງກັນເປັນສຳຄັນ.

        “ຂ້າພະເຈົ້າ ພ້ອມກັບທ່ານປະທານປະເທດຫວຽດນາມ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ສະໜັບສະໜູນບັນດາຫຼັກການຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ລັດເຊຍ - ຫວຽດນາມ. ກ່ອນໜ້ານັ້ນ, ກຳນົດບັນດາກຳນົດທິດໃໝ່ໃນການຮ່ວມມືລະຫວ່າງສອງປະເທດໃນອະນາຄົດ. ກອງປະຊຸມສົນທະນາໄດ້ດຳເນີນໃນບັນຍາກາດສ້າງສັນ ແລະ ແທດຈິງ. ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບທິດທາງການພັດທະນາອັນຫຼັກແຫຼ່ງ.  ພວກຂ້າພະເຈົ້າ ໄດ້ເຕື້ອງເຖິງບັນດາບັນຫາສຳຄັນທີ່ສຸດກ່ຽວກັບບັນຫາສາກົນ ແລະ ພາກພື້ນ ແລະ ພວກຂ້າພະເຈົ້າ ກໍເອົາໃຈໃສ່ເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ ເຊັ່ນດຽວກັນ”.

        ທ່ານປະທານາທິບໍດີ Vladimir Putin ຫວັງວ່າ ການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ຄັ້ງນີ້ ຈະປະກອບສ່ວນສ້າງກຳລັງໜູນສຳຄັນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ກໍຄືຊ່ວຍໃຫ້ສອງຝ່າຍກຳນົດ ແລະ ຕົກລົງເປັນເອກະພາບທິດທາງ, ມາດຕະການຍູ້ແຮງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຢ່າງແຮງກວ່າອີກ.

Viet Cuong

ຕອບກັບ

ຂ່າວ/ບົດ​ອື່ນ