ຫວຽດນາມ ແລະ ສະຫະພັນລັດເຊຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້

(VOVWORLD) - 2 ຝ່າຍໄດ້ເຫັນດີສືບຕໍ່ມີຫຼາຍມາດຕະການລະອຽດແນໃສ່ເພີ່ມທະວີການພົວພັນດ້ານການຄ້າ - ການລົງທຶນ, ເສີມຂະຫຍາຍທ່າສະດວກຈາກສັນຍາການຄ້າເສລີ ຫວຽດນາມ - ສຳພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU)
ຫວຽດນາມ ແລະ ສະຫະພັນລັດເຊຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ - ảnh 1(ທີ່ການໂອ້ລົມທາງໂທລະສັບ)

        ຕອນບ່າຍວັນທີ 16 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີສະຫະພັນ ລັດເຊຍ Novak Aleksandr Valentinovich ເພື່ອກວດກາຄືນສະພາບການຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມື ຫວຽດນາມ - ລັດເຊຍ ໃນຫຼາຍຂົງເຂດໃນໄລຍະຈະມາເຖິງ. ທີ່ການໂອ້ລົມທາງໂທລະສັບ, 2 ຝ່າຍໄດ້ເຫັນດີສືບຕໍ່ມີຫຼາຍມາດຕະການລະອຽດແນໃສ່ເພີ່ມທະວີການພົວພັນດ້ານການຄ້າ - ການລົງທຶນ, ເສີມຂະຫຍາຍທ່າສະດວກຈາກສັນຍາການຄ້າເສລີ ຫວຽດນາມ - ສຳພັນທະມິດເສດຖະກິດ ອາຊີ - ເອີລົບ (EAEU), ພິເສດແມ່ນໃນບັນດາຂົງເຂດທີ່ມີທ່າແຮງຮ່ວມມືລະຫວ່າງ 2 ປະເທດ, ຄື: ນ້ຳມັນອາຍແກັສ, ພະລັງງານ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ…; ແກ້ໄຂບັນດາຂໍ້ຕິດຂັດໃນການຜັນຂະຫຍາຍໂຄງການຮ່ວມມືຈຳນວນໜຶ່ງລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ