ຫວຽດນາມ ແລະ ສ.ເກົາຫຼີ ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເປັນ 150 ຕື້ USD ໃນປີ 2030

(VOVWORLD) -ວັນທີ 5 ກໍລະກົດ 2022, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo
ຫວຽດນາມ ແລະ ສ.ເກົາຫຼີ ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເປັນ 150 ຕື້ USD ໃນປີ 2030 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo

     ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ໃນນັ້ນ, ຫວຽດນາມ ຍາມໃດກໍ່ຖື ສ.ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ ແລະ ຍາວນານ; ປາດຖະໜາຢາກຮ່ວມກັບ ສ.ເກົາຫຼີ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

     ທ່ານນາຍົກລັດຖະມົນຕີທັງສອງໄດ້ ເຫັນດີເປັນເອກະພາບຕໍ່ບາງມາດຕະການລະອຽດເພື່ອຊຸກຍູ້ການພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນມີ: ຜັນຂະຫຍາຍຜົນຂອງການເຈລະຈາທາງໄກລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີ Yoon Suk-yeol ໃນເດືອນ 6 ຜ່ານມາ ; ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດປີ 2022; ປະຕິບັດບັນດາກົນໄກຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍຢ່າງມີປະສິດທິຜົນຄື: ສັນຍາການຄ້າເສລີ ຫວຽດນາມ - ສ.ເກົາຫຼີ (VKFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເພື່ອບັນລຸໄດ້ເປົ້າໝາຍ ຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030 ໂດຍໄວ; ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກສິນຄ້າທີ່ມີທ່າແຮງຂອງຫວຽດນາມ ເຊັ່ນ: ຜະລິດຕະພັນກະສິກຳ ແລະ ສິນໃນນ້ຳ, ສິນທະເລ, ໝາກໄມ້ຕາມລະດູການໄປຍັງຕະຫລາດ ສເກົາຫຼີ; ຊຸກຍູ້ບັນດາວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນຢູ່ ຫວຽດນາມ….

     ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍແບ່ງປັນວິໄສທັດລວມໃນການຮັກສາສັນຕິພາບ ແລະ ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ ປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ່ງກັນຢູ່ທະເລໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS)

ຕອບກັບ

ຂ່າວ/ບົດ​ອື່ນ