ຫວຽດນາມ ແລະ ສ.ເກົາຫຼີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

(VOVWORLD) -ດ້ວຍການຮ່ວມມືຂອງ 2 ຝ່າຍໃນບັນດາຂົງເຂດຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ, ການຮ່ວມມືບຳລຸງສ້າງ… ຈະມີບັນດາບາດກ້າວພັດທະນາໃໝ່
ຫວຽດນາມ ແລະ ສ.ເກົາຫຼີເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1(ທ່ານລັດຖະມົນຕີ ໂຕເລິມ ຕ້ອນຮັບຄະນະຜູ້ແທນອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ)

ຕອນເຊົ້າວັນທີ 03 ທັນວາ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ຢ່າງເປັນທາງການ ໂດຍທ່ານ Kim Chang Yong, ຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ຈະນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ ໃຫ້ພັດທະນາຢ່າງໝັ້ນຄົງ, ຍາວນານ.

        ສ່ວນທ່ານ Kim Chang Yong ເຊື່ອໝັ້ນວ່າ, ດ້ວຍການຮ່ວມມືຂອງ 2 ຝ່າຍໃນບັນດາຂົງເຂດຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ, ການຮ່ວມມືບຳລຸງສ້າງ… ຈະມີບັນດາບາດກ້າວພັດທະນາໃໝ່, ປະກອບສ່ວນເຂົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ກໍ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ຢ່າງເປັນທາງການ ໂດຍທ່ານ Kim Chang Yong, ຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ