ຫວຽດ​ນາມ ແລະ ສ.ເຊັກ​ໂກ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງ ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) -ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບໂດຍຖືວ່າ ຄວາມສາມາດບົ່ມຊ້ອນເພື່ອພັດທະນາການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ເຊັກໂກ ຍັງມີຫຼາຍຢູ່, ພິເສດແມ່ນຂົງເຂດການບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ການຮັບປະກັນດ້ານເຕັກນິກ…
ຫວຽດ​ນາມ ແລະ ສ.ເຊັກ​ໂກ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງ ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ảnh 1ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

ທ່ານ Jana Cernachova ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເຊັກໂກ ໄດ້ນຳໜ້າຄະນະຜູ້ແທນມາເຄື່ອນໄຫວ, ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 5 – 8 ທັນວາ, ຕາມຄຳເຊື້ອເຊີນຂອງທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ຕອນເຊົ້າວັນທີ 7 ທັນວາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີ Jana Cernachova ຢ່າງເປັນທາງການ.

ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບໂດຍຖືວ່າ ຄວາມສາມາດບົ່ມຊ້ອນເພື່ອພັດທະນາການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ເຊັກໂກ ຍັງມີຫຼາຍຢູ່, ພິເສດແມ່ນຂົງເຂດການບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ການຮັບປະກັນດ້ານເຕັກນິກ…

ເມື່ອແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລັດຖະມົນຕີສອງທ່ານ ໄດ້ແບ່ງປັນຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ; ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນກົນໄກການຮ່ວມມືລະຫວ່າງ ອາຊຽນ ກັບຄູ່ຮ່ວມມືຕ່າງໆ.

ທ່ານລັດຖະມົນຕີ ຟານວັນຢາງ ຫວັງວ່າ ສ.ເຊັກໂກໃນຖານະເປັນປະທານໝູນວຽນຂອງສະຫະພາບເອີລົບ (EU), ຈະສືບຕໍ່ສະໜັບສະໜູນການຮ່ວມມືລະຫວ່າງ ຫວຽດນາມ ແລະ EU ໃນຂົງເຂດປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ