ຫວຽດ​ນາມ ແລະ ອັງ​ກິດ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ​້າ

(VOVWORLD) -ຕອນບ່າຍວັນທີ 27 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ອັງກິດ, ປະທານບໍລິຫານສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ.
ຫວຽດ​ນາມ ແລະ ອັງ​ກິດ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ​້າ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ອັງກິດ (ພາບ: Baoquocte.vn)

ໃນການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງທິງ ຢັ້ງຢືນວ່າ ການດຶງດູດເງິນລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ ແລະ ການຮ່ວມມືໃນການພັດທະນາເຕັກໂນໂລຢີ ແມ່ນບັນດາການກຳນົດທິດບຸລິມະສິດ ຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ. ທ່ານ ຟ້າມບິ່ງມິງ ມີຄວາມປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນການດຶງດູດເງິນລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ, ສ້າງຕັ້ງບັນດາສູນປ່ຽນແປງໃໝ່ປະດິດຄິດສ້າງ, ຄົ້ນຄ້ວາ ແລະ ພັດທະນາ ແລະ ມີການຮ່ວມສຳພັນກັບລະບົບວິສາຫະກິດພາຍໃນປະເທດ ຜ່ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາອຸດສາຫະກຳສະໜັບສະໜູນ.

        ສ່ວນທ່ານ Tony Blair ໄດ້ສະເໜີຄວາມອາດສາມາດຮ່ວມມືກັບກຸ່ມບໍລິສັດ Oracle ຂອງ ອາເມລິກາໃນການຜັນຂະຫຍາຍລະບົບຄຸ້ມຄອງສາທາລະນະສຸກດີຈີຕອນ ຢູ່ ຫວຽດນາມ ເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19. ທ່ານ ອະດີດນາຍົກລັດຖະມົນຕີ ອັງກິດ ໄດ້ຕີລາຄາສູງ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ, ທ່ານກໍ່ມີຄວາມປາດຖະໜາຢາກໜູນຊ່ວຍຫວຽດນາມ ໃນການດຶງດູດບັນດາແຫຼ່ງເງິນລົງທຶນທີ່ມີຄຸນນະພາບສູງ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ