ຫວຽດນາມ ແລະ ອັງກິດເຊັນບົດບັນທຶກຮ່ວມມືດ້ານປ້ອງກັນຊາດ

ວັນ​ທີ 24/11, ຢູ່​ນະຄອນຫຼວງລອນ​ດອນ, ປະ​ເທດ​ອັງກິດ, ຫວຽດນາມ ​ແລະ ​ອັງກິດ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມມື​ດ້ານ​ປ້ອງ​ກັນຊາດ​ລະຫວ່າງ​ສອງ​ປະ​ເທດ ຊື່​ງ​ໄດ້​ຊີ້​ແຈ້ງ​ເຖິງ​ບັນດາ​ຂົງ​ເຂດ​ຮ່ວມມືຄື: ​ແລກປ່ຽນ​ບັນດາຄະນະ​ຜູ້​ແທນ​ຂັ້ນສູງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ​ກັນ, ຍູ້​ແຮງ​ການ​ຮ່ວມ​ມື​ຄົ້ນຄ້ວາ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ປ້ອງ​ກັນຊາ​ດ; ​ເພີ່​ມທະວີ​ການ​ຮ່ວມ​ມື​ດ້ານ​ບຳລຸງ​ສ້າງ​ພະນັກງານ ​ແລະ​ພະລາກອນ​ເຕັກນິກ​ປ້ອງ​ກັນຊາດ…. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຫວຽດນາມ, ທ່ານ​ພົນ​ຕີ​ຫງວຽນ​ຈີ​ວິ້ງ​ໃຫ້​ຮູ້​ວ່າ: ບົດ​ບັນທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມມື​ດ້ານ​ປ້ອງ​ກັນຊາດ ​ລະຫວ່າງ​ ຫວຽດນາມ ​ແລະ​ອັງກິດ ​ແມ່ນ​ຂີດ​ໝາຍ​ໃນ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ ຫວຽດນາມ ​ແລະ ​ອັງກິດ, ກຳນົດ​ທິດ​ທາງ​ພັດທະນາ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ພາຍຫລັງ​ພິທີ​ລົງ​ນາມ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ສ້າງຕັ້ງກຸ່ມ​ປະຕິບັດ​ວຽກ​ງານ​ປະສົມ ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ