ຫວຽດນາມ ແລະ ອົງການ ສປຊ ລົງນາມແຜນການຮ່ວມມືໄລຍະ 2012 – 2016

ຫວຽດນາມ ແລະ ອົງການ ສປຊ ລົງນາມແຜນການຮ່ວມມືໄລຍະ 2012 – 2016 - ảnh 1
ພິທີ​ລົງ​ນາມ​ລະຫວ່າງ​ກະຊວງ​ແຜນການ​ແລະ ການ​ລົງທຶນ​ຫວຽດນາມ ​ແ​ລະ ບັນດາ​ອົງການ ສປຊ
(ພາບ: chinhphu.vn)

(vovworld) - ວັນ​ທີ 27/3, ຢູ່​ຮ່າ​ໂນ​້ຍ, ທ່ານ Bui Quang Vinh,​ ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ແກ່​ລັດຖະບານ​ຫວຽດນາມ, ພ້ອມ​ກັບ​ຜູ້ຕາງໜ້າ​ຂອງ 16 ອົງການ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ອົງການອົບ​ພະ​ຍົບສາກົນ (ຫຼື IOM) ​ໄດ້​ລົງ​ນາມ​ແຜນການ​ຮ່ວມມື​ໄລຍະ​ 2012 – 2016, ຍອດ​ງົບປະມານ​ປະຕິບັດ​ແມ່ນ 480 ລ້ານ USD. 3 ຂົງ​ເຂດ​ຈຸດ​ສຸມ​ເຊິ່ງສະຫະ​ປະຊາ​ຊາດ ​ແລະ ລັດຖະບານ​ຫວຽດນາມ​ພ້ອມ​ກັນປະຕິບັດ​ໃນ​ໄລຍະ​ນີ້​ແມ່ນ: ໜູນ​ຊ່ວຍ​ລັດຖະບານ​ຫວຽດນາມ​ບັນລຸ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ຄວາມ​ສະ​ເໝີ​ພາບ​ກັບ​ທຸກໆ​ຄົນ, ສຳ​ພັດ​ກັບ​ບັນດາ​ການ​ບໍລິການ​ທີ່​ຈຳ​ເປັນ​ມີ​ຄຸນ​ນະພາ​ບ ​ແລະ .​​ປົກ​ປ້ອງສັງຄົມ,  ​ເພີ່ມ​ທະວີ​ການ​ບໍລິຫານ​ແຫ່ງ​ລັດ.

​ແຜນການ​ຮ່ວມ​ມື​ລວມ ​ແມ່ນ​ຂອບ​ເຂດ​ໃຫ້​ແກ່​ບັນດາ​ໂຄງການ​ຮ່ວມ​ມື​ຂອງ​ສະຫະ​ປະຊາ​ຊາດ ​ແລະ ອົງການອົບ​ພະ​ຍົບສາກົນ ຢູ່​ຫວຽດນາມ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ຫວຽດນາມ​ແກ້​ໄຂ​ບັນດາ​ບັນຫາ​​ໃຫ້​ບຸລິມະສິດ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດ​ຖະກິດ - ສັງຄົມ​ໄລຍະ 2011 – 2020 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 2011 – 2015.

 

ຂ່າວ/ບົດ​ອື່ນ