ຫວຽດນາມ ແລະ ອົດສຕາລີ ເພີ່ມທະວີການຮ່ວມມື ດ້ານການເງິນ

ຫວຽດນາມ ແລະ ອົດສຕາລີ ເພີ່ມທະວີການຮ່ວມມື ດ້ານການເງິນ - ảnh 1
ການລົງ​ນາມ​​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ
(ພາບ: mof.gov.vn)


(vovworld) -     ວັນ​ທີ 11/12, ກະຊວງ​ການ​ເງິນ​ຫວຽດນາມ ​ແລະ ກະຊວງ​ການ​ຄັງ​ອົດສຕາ​ລີ ​ໄດ້​ລົງ​ນາມ​​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ. ​ຕາມ​ນັ້ນ​ແລ້ວ, ​2 ຝ່າຍເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ງົບປະມານ, ຕະຫຼາດ​ການ​ເງິນ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ບັນດາ​ນະ​ໂຍບາຍປະຕິ​ຮູບ​ເສດຖະກິດ.

        ພິທີ​ລົງ​ນາມ​ໄດ້​ດຳ​ເນີນ​ໄປ​ຢູ່ Brisbane, ​​ເມືອງ​ເອກ​ຂອງລັດ Queensland ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ອົດສຕາ​ລີ ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດິ່ງ​ເຫ້ວ (Vuong Dinh Hue) ​ໃນ​ລະຫວ່າງ​ວັນ​ທີ 10 – 14/12. ​ເລື່ອງ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເງິນ ​ໄດ້​ຮັບຖື​ວ່າ​ແມ່ນ​ເຫດການ​ທີ່​ສຳຄັນ ​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​​ແຂງ​ແຮງ​ລະຫວ່າງ​ຫວຽດນາມ ​ແລະ ອົດ​ສຕາລີ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ Queensland, ​ແລກປ່ຽນ​ສະພາບ​ການ​ປະຕິບັດ​ກົນ​ໄກ​ການ​ເງິນ​ຂອງ​ໂຮງຮຽນຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ມາດ​ຕະການ​ຕ່າງໆ​ເພື່ອເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາມະຫາວິທະຍາ​ໄລ​ຫວຽດນາມ​.

        ຕາມ​ແຜນການ​ແລ້ວ, ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ ຈະ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ Melbourne, ​ເມືອງ​ເອກ​ລັດ Victoria ​ແລະ Sydney, ເມືອງ​ເອກຂອງລັດ New South Wales ​ທັງ​ແມ່ນ​ຄະ​ຄອນ​ຫຼວງ​ຂອງ ອົດສຕາ​ລີ ໃນ​ຊຸມ​ມື​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ