ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າ ເລື່ອງ ຫວຽດນາມ - ອົດສະຕາລີ ຍົກລະດັບການພົວພັນຄູ່ຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ. 
ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese (ພາບ: VOV)

ຕອນເຊົ້າວັນທີ 7 ມີນາ, ຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງ Canberra ປະເທດ ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ພັນລະຍາໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ຢ້ຽມຢາມອົດສະຕາລີຢ່າງເປັນທາງການ, ໃນລະຫວ່າງວັນທີ 7 – 9 ມີນາ. ພາຍຫຼັງພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັນຂຽນໃນປຶ້ມອະນຸສອນ ແລະ ແລກປ່ຽນຂອງຂວັນກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ພັນລະຍາ.

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ແລະ ແລກປ່ຽນ, ເຫັນດີເປັນເອກະພາບພ້ອມກັນສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາທິດທາງໃຫຍ່ແນໃສ່ນຳການຮ່ວມມືໃນບັນດາຂົງເຂດເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງກ່ວາອີກ. ໃນນັ້ນ ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຕ່າງປະເທດສູງກ່ວາ, ມີຍຸດທະສາດກ່ວາ, ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນແບບກວມລວມ, ແທດຈິງ ມີປະສິດທິຜົນກ່ວາ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນປ່ຽນສີຂຽວຢ່າງແຮງກ່ວາ, ມີຄວາມເຂົ້າໃຈ, ເຫັນໃຈ ແລະ ແບ່ງປັນຫຼາຍກ່ວາອີກກ່ຽວກັບການຮ່ວມມືໃນການປ້ອງກັນຊາດ - ປ້ອງກັນທີ່ການພົບປະກັບວົງການນັກຂ່າວ  ພາຍຫຼັງພິທີໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຮູ້ວ່າ ເລື່ອງ ຫວຽດນາມ - ອົດສະຕາລີ ຍົກລະດັບການພົວພັນຄູ່ຮ່ວມມືຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ. ຫວຽດນາມ ແລະ ອົດສະຕາລີ ຊຸກຍູ້ການຮ່ວມມືດ້ານການຄ້າການລົງທຶນ ເພື່ອຊຸກຍູ້ຄວາມວັດທະນາຖາວອນ ກ່ຽວກັບເສດຖະກິດລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ, ການອອກແຮງງານ, ການເຮັດວຽກ, ເຫັນດີເປັນເອກະພາບມີຂໍ້ຕົກລົງຄູ່ຮ່ວມມືກ່ຽວກັບການຮັກສາສັນຕິພາບ, ພ້ອມທັງຍົກສູ່ ລະດັບການໂອ້ລົມສົນທະນາກ່ຽວກັບຄວາມໝັ້ນຄົງລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຂຶ້ນເປັນລະດັບລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ