ຫວຽດນາມ ແລະ ອິດສະຣາແອັນ ສຳເລັດການເຈລະຈາ FTA

(VOVWORLD) -ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນ ເພື່ອພ້ອມກັນຊອກຫາ, ຊຸກຍູ້ກາລະໂອກາດລົງທຶນດ້ານການຄ້າ ແລະ ລົງນາມໃນບັນດາຂົງເຂດຜະລິດອຸດສາຫະກຳ, ກະສິກຳນຳໃຊ້ເຕັກໂນໂລຊີສູງ
ຫວຽດນາມ ແລະ ອິດສະຣາແອັນ ສຳເລັດການເຈລະຈາ FTA - ảnh 1 (ຫວຽດນາມ ແລະ ອິດສະຣາແອັນ ສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ)

ວັນທີ 02 ເມສາ, ໃນຂອບເຂດການໄປຢ້ຽມຢາມ ອິດສະຣາແອັນ ຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຍດນາມ ຫງວຽນຮົ່ງຢຽນ, ຫວຽດນາມ ແລະ ອິດສະຣາແອັນ ໄດ້ອອກຖະແຫຼງການກ່ຽວກັບເລື່ອງ ສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ (VIFTA) ພາຍຫຼັງ ເຈລະຈາເປັນເວລາ7ປີ, ສ້າງປະຖົມປັດໃຈເພື່ອສາມາດລົງນາມສັນຍາໃນປີ 2023 ນີ້.

     ທີ່ການເຮັດວຽກກັບທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ອິດສະຣາແອັນ Nir Barkat ເມື່ອວັນທີ 02 ເມສາ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຖືວ່າ, ຫວຽດນາມ ແລະ ອິດສະຣາແອັນ ຈະບັນລຸໄດ້ຜົນປະໂຫຍດຫຼາຍກວ່າອີກ ເມື່ອບັນດາບຸລິມະສິດ ແລະ ທ່າໄດ້ປຽບຈາກ VIFTA ໄດ້ນຳໃຊ້ຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນ ເພື່ອພ້ອມກັນຊອກຫາ, ຊຸກຍູ້ກາລະໂອກາດລົງທຶນດ້ານການຄ້າ ແລະ ລົງນາມໃນບັນດາຂົງເຂດຜະລິດອຸດສາຫະກຳ, ກະສິກຳນຳໃຊ້ເຕັກໂນໂລຊີສູງ, ລົງທຶນພັດທະນາພື້ນຖານໂຄງລ່າງອຸດສາຫະກຳ.

     ສ່ວນທ່ານລັດຖະມົນຕີ Nir Barkat ໄດ້ເຫັນດີສືບຕໍ່ຊຸກຍູ້ບັນດາໂຄງການສົ່ງເສີມການຄ້າ, ສ້າງຄວາມສະດວກໃຫ້ວິສາຫະກິດ 2 ປະເທດໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອຍາດແຍ່ງເອົາທ່າດີຈາກບັນດາຄຳໝັ້ນສັນຍາຂອງ VIFTA ພາຍຫຼັງທີ່ສັນຍານີ້ໄດ້ຮັບການລົງນາມ ແລະ ເລີ່ມມີຜົນສັກສິດ.

ຕອບກັບ

ຂ່າວ/ບົດ​ອື່ນ