ຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືໃນຂົງເຂດຕິດຕາມກວດກາດ້ານການເງິນ

(VOVWORLD) - ແຕ່ວັນທີ 22 – 26 ຕຸລາ, ຄະນະປະຕິບັດງານໂດຍທ່ານ ເຈືອງວັນເຟືອກ ຜູ້ຮັກສາການປະທານກຳມາທິການຕິດຕາມກວດກາການເງິນສະພາແຫ່ງຊາດ ຫວຽດນາມ (NFSC) ນຳ ໜ້າ, ມີການຢ້ຽມຢາມ, ເຮັດວຽກຢູ່ ອີຕາລີ 
ຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືໃນຂົງເຂດຕິດຕາມກວດກາດ້ານການເງິນ - ảnh 1 (ພາບປະກອບການເກັບພາສີຢູ່ ຫວຽດນາມ / TTXVN)

ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ຝ່າຍໃນການເຄື່ອນໄຫວຕິດຕາມກວດກາການເງິນ. ທີ່ບັນດາການເຮັດວຽກ, 2 ຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມືກ່ຽວກັບບັນດາກການເຄື່ອນໄຫວຕິດຕາມກວດກາການເງິນ ກໍ່ຄືການເຄື່ອນໄຫວຂອງອົງການການເງິນ ເໝາະສົມກັບຂໍ້ກຳນົດຂອງແຕ່ລະປະເທດ, ແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດຕິດຕາມກວດກາທະນາຄານ, ຕະຫລາດຫຼັກຊັບ. 2 ຝ່າຍຍັງຄົງເຫັນດີເປັນເອກະສັນ ຊຸກຍູ້ການຮ່ວມມືກ່ຽວກັບການກໍ່ສ້າງພະນັກງານ ແລະ ໜູນຊ່ວຍດ້ານເຕັກນິກໃນການເຄື່ອນໄຫວຕິດຕາມກວດກາການເງິນ, ຈັດຕັ້ງກອງປະຊຸມສຳມະນາ ແລະ ສົມທົບກັນຄົ້ນຄວ້າບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ