ຫວຽດນາມ ແລະ ອີນເດຍ ຊຸກຍູ້ການຮ່ວມມືສອງຝ່າຍ

(VOVWORLD) - ໃນຕອນເຊົ້າວັນທີ 14 ພະຈິກ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ມີການພົບປະກັບ ທ່ານ Narendra Modi ນາຍົກລັດຖະມົນຕີ ອີນເດຍ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຈັດຕັ້ງຢູ່ Manila, ປະເທດ ຟີລິບປີນ.
ຫວຽດນາມ ແລະ ອີນເດຍ ຊຸກຍູ້ການຮ່ວມມືສອງຝ່າຍ - ảnh 1 ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ມີການພົບປະກັບ ທ່ານ Narendra Modi

ຢູ່ທີ່ນີ້, ນາຍົກລັດຖະມົນຕີ ສອງທ່ານ ໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ສາຍພົວພັນການຮ່ວມມືສອງຝ່າຍ; ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືປ້ອງກັນຊາດ.  ກ່ຽວກັບເສດຖະກິດ - ການຄ້າ, ສອງຝ່າຍເຊືອໝັ້ນວ່າ ຈະບັນລຸໄດ້ຄາດໝາຍວົງເງິນການຄ້າ ແມ່ນ 15 ຕື້ USD ໃນປີ 2020; ເຫັນດີເປັນເອກະພາບຜັນຂະຫຍາຍບັນດາມາດຕະການລະອຽດ, ໃນນັ້ນ ຍູ້ແຮງການເຊື່ອມຕໍ່ການບິນ ແລະການເດີນທະເລ.

                ຫວຽດນາມ ສະໜັບສະໜູນ ນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອີນເດຍ; ສະໜັບສະໜູນ ອີນເດຍມີບົດບາດ, ທີ່ຕັ້ງສູງກວ່າໃນພາກພື້ນ ແລະ ເພີ່ມທະວີຄູ່ຮ່ວມມືຍຸດທະສາດກັບ ອາຊຽນ. ສອງຝ່າຍ ຢືນຢັນຈະສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.

        ກ່ຽວກັບບັນຫາທະເລຕາເວັນອອກ, ນາຍົກລັດຖະມົນຕີ ສອງທ່ານ ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ທະເລຕາເວັນອອກ, ຍົກສູງການເຄົາລົບກົດໝາຍສາກົນ, ໃນນັ້ນມີ ສົນທີສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS – 1982), ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິກຳ, ແກ້ໄຂການຂັດແຍ້ງດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ