ຫວຽດນາມ ແລະ ອິນເດຍ ເປີດກ້ວາງການຮ່ວມມືໃນຂົງເຂດຖະແຫຼງຂ່າວສື່ສານ

ຫວຽດນາມ ແລະ ອິນເດຍ ເປີດກ້ວາງການຮ່ວມມືໃນຂົງເຂດຖະແຫຼງຂ່າວສື່ສານ - ảnh 1
ພາບປະກອບ

(vovworld) - ທ່ານ​ລັດຖະມົນຕີ​ກະຊວງ ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ຫງວຽນ​ບັກ​ຊອນ ມີ​ການ​ເຈລະຈາ​ກັບ​ທ່ານລັດຖະມົນຕີ​ກະຊວງ​ສື່ສານ ​ແລະ ​ເຕັກ​ໂນ​ໂລ​ຂໍ້​ມູນ​ຂ່າວສານ  ອິນ​ເດຍ Kapil Sibal, ​ໃນວັນ​ທີ 4/7, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ອິນ​ເດຍ. ທີ່​ການ​ເຈລະຈາ​, ທ່ານ​ລັດຖະມົນຕີ Sibal ຕີ​ລາຄາວ່າ​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ອິນ​ເດຍ ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ເນັ້ນ​ໜັກ​ເລື່ອງ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ (MoU) 2 ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານຄັ້ງ​ນີ້​ແມ່ນ​ບາດກ້າວ​ກະ​​ໂດດ​ຂັ້ນ​ໃນ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ພາຍຫຼັງ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ, 2 ກະຊວງ​ຈະ​ມີ​ພື້ນຖານ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື. ບັນດາ​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທດ ຈະ​ຜັນ​ຂະຫຍາຍ​ການປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໂດຍ​ໄວ. ຝ່າຍ ອິນ​ເດຍ ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຂໍ້​ມູນ​ຂ່າວສານ. ທ່ານ​ລັດຖະມົນຕີ Sibal ຖື​ວ່າ: ດ້ວຍ​ທ່າ​ແຮງກ່ຽວ​ກັບຮາດ​ແວ, ຫວຽດນາມ ຄວນ​ສ້າງ​ບັນດາ​ບໍລິສັດ​ຮ່ວມ​ທຸລະ​ກິດ, ຮ່ວມ​ມື​ກັບ ອິນ​ເດຍ. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ ຫງວຽນ​ບັກ​ຊອນ​ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະເປັນ​ຂົວ​ເຊື່ອມ​​ເພື່ອ​ໃຫ້​ ອິນ​ເດຍ ​ແຊກ​​ແຊງ​ເຂົ້າ​ບັນດາ​ຕະຫຼາດ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ່​ຄື ສ ​ເກົາຫຼີ ​ແລະ ຍີ່ປຸ່ນ.

        ​ເມື່ອ​ສິ້ນ​ສຸດ​ການ​ເຈລະຈາ, ລັດຖະມົນຕີ​ທັງ 2 ທ່ານ​ສະ​ເໜີ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​​ໃນ 3 ຂົງ​ເຂດຄື: ​ເຕັກ​ໂນ​ໂລ​ຢີ, ສື່ສານ ​ແລະ ​​ໄປສະນີ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເຮັດ​ວຽກ​ແນ​ໃສ່​ຊຸກຍູ້​ບັນດາ​ຂໍ​້ຕົກລົງ​ຮ່ວມ​ມື. ລັດຖະມົນຕີ​ 2 ທ່ານ​ກໍ່​ເປັນ​ສັກຂີ​ພິຍານ​ພິທີ​ເຊັນ MoU ຮ່ວມ​ມື​ກ່ຽວ​ກັບຄວາມ​ຖີ່ ລະຫວ່າງ​ກົມ​ຄວາມ​ຖີ່​ວິທະຍຸ  ຫວຽດນາມ (RFD) ​ແລະ ອົງການຄວາມ​ຖີ່​ວິທະຍຸ ອິນ​ເດຍ ​ແລະ MoU ກ່ຽວ​ກັບ​ການ​ຮ່ວມ​ມືໂທລະ​ຄົມລະຫວ່າງ​ກົມ​ໂທລະ​ຄົມ ຫວຽດນາມ (VNTA) ກັບ​ກົມດັດສົມ​ໂທລະ​ຄົມ ອິນ​ເດຍ.

 

ຂ່າວ/ບົດ​ອື່ນ