ຫວຽດນາມ ແລະ ອິນເດຍເພີ່ມທະວີການຮ່ວມມືສອງຝ່າຍ

(VOVWORLD) -ຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ Pranay Kumar Verma
  ຫວຽດນາມ ແລະ ອິນເດຍເພີ່ມທະວີການຮ່ວມມືສອງຝ່າຍ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບ ທ່ານເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ Pranay Kumar Verma

    ທີ່ການຕ້ອນຮັບ,  ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຄຳຂອບໃຈຕໍ່ລັດຖະບານອິນເດຍທີ່ໄດ້ມອບເຄື່ອງຜະລິດອົກຊີ, ອຸປະກອນການແພດໃນການຕ້ານໂລກລະບາດ ໂຄວິດ-19 ຢູ່ຫວຽດນາມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ທ່ານເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ Pranay Kumar Verma ຈົ່ງເອົາໃຈໃສ່ຊຸກຍູ້ລັດຖະບານອິນເດຍ ຊ່ວຍເຫຼືອວັກຊິນປ້ອງກັນ ໂຄວິດ-19 ຈຳນວນ 10 ລ້ານໂດສຫວຽດນາມ, ພ້ອມກັບຢາປິ່ນປົວ ໂຄວິດ-19 ແລະ ວັດຖຸ ອຸປະກອນການແພດເພື່ອຕ້ານໂລກລະບາດ ໂຄວິດ-19 ໃຫ້ແກ່ຫວຽດນາມ.

     ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຍັງສະເໜີໃຫ້ ທ່ານເອກອັກຄະລັດຖະທູດອິນເດຍຈົ່ງສົມທົບກັບບັນດາອົງການທີ່ໜ້າທີ່ຮັບຜິດຊອບຂອງຫວຽດນາມເພື່ອສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ໃນນັ້ນຄວນຮັກສາບັນດາການຢ້ຽມຢາມຂັ້ນສູງ ແລະ ຂັ້ນຕ່າງໆ, ຊຸກຍູ້ບັນດາຂໍ້ຕົກລົງຮ່ວມມືທີ່ 2 ຝ່າຍໄດ້ລົງນາມ.

ສ່ວນທ່ານເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ Pranay Kumar Verma ທ່ານໄດ້ເຫັນດີກັບບັນດາບັນຫາທີ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຍົກອອກມາ ແລະ ມີຄວາມຫວັງຢາກເພີ່ມທະວີການຮວ່ມມື 2 ຝ່າຍໃນທຸກໆຂົງເຂດ. ທ່ານ ທ່ານເອກອັກຄະລັດຖະທູດອິນເດຍ ໃຫ້ຮູ້ວ່າ ອິນເດຍພ້ອມແລ້ວຈະສະໜອງ, ຊ່ວຍເຫຼືອ ວັກຊິນປ້ອງກັນ ໂຄວິດ-19 ແລະ ຢາປິ່ນປົວ ໂຄວິດ-19 ໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ