ຫວຽດນາມ ແລະ ອິນໂດເນເຊຍ ຕັດສິນໃຈຮ່ວມມືເພື່ອຫັນຄາດຫວັງກາຍເປັນປະເທດພັດທະນາຮັ່ງມີ ເຂັ້ມແຂງ ໃຫ້ປະກົດຜົນເປັນຈິງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ສອງປະເທດໄດ້ແລກປ່ຽນຢ່າງເລິກເຊິ່ງ, ກ້ວາງຂວາງ ກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງອົງການນິຕິບັນຍັດ
ຫວຽດນາມ ແລະ ອິນໂດເນເຊຍ ຕັດສິນໃຈຮ່ວມມືເພື່ອຫັນຄາດຫວັງກາຍເປັນປະເທດພັດທະນາຮັ່ງມີ ເຂັ້ມແຂງ ໃຫ້ປະກົດຜົນເປັນຈິງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ແລະ ປະທານສະພາຕ່ຳ ອິນໂດເນເຊຍ ທີ່ການພົບປະກັບສື່ມວນຊົນສອງປະເທດ
(ພາບ:VOV)

ວັນທີ 4 ສິງຫາ, ພາຍຫຼັງການເຈລະຈາຢູ່ນະຄອນຫຼວງ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາງ ປະທານສະພາຕ່ຳ ອິນໂດເນເຊຍ Puan Maharani ມີການພົບປະກັບສື່ມວນຊົນສອງປະເທດ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ສອງປະເທດໄດ້ແລກປ່ຽນຢ່າງເລິກເຊິ່ງ, ກ້ວາງຂວາງ ກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງອົງການນິຕິບັນຍັດ ແລະ ແລກປ່ຽນບັນດາມາດຕະການເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ. ທ່ານກ່າວວ່າ:

        “ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ພວມພັດທະນາຮອບດ້ານທັງລວງກ້ວາງ ແລະ ລວງເລິກ, ປະກອບສ່ວນຕັ້ງໜ້າເຂົ້າໃນໂຄງປະກອບພາກພື້ນທີ່ຂະຫຍັນຂັນເຄື່ອນ, ກວມລວມ ແລະ ໝັ້ນຄົງເຂັ້ມແຂງໂດຍອີງໃສ່ກົດໝາຍສາກົນ. ຫວຽດນາມ ແລະ ອິນໂດເນເຊຍ ແມ່ນບັນດາຄູ່ຮ່ວມມືສະໜິດຕິດພັນ, ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດແມ່ນໃຫຍ່ຫຼວງທີ່ສຸດ”.

        ສ່ວນທ່ານນາງ ປະທານສະພາຕ່ຳ ອິນໂດເນເຊຍ Puan Maharani ຊົມເຊີຍການພົວພັນຮ່ວມມືລະຫວ່າງສອງປະເທດ ແລະ ຄວາມສຳຄັນຂອງສະຖຽນລະພາບໃນພາກພື້ນຜ່ານການພົວພັນທາງການທູດ, ໃນນັ້ນ ການເຈລະຈາໃນມື້ນີ້ໄດ້ຊ່ວຍເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ຫວຽດນາມ ໃຫ້ຫຼາຍກ່ວາອີກ.

       ໃນວັນດຽວກັນ, ສື່ມວນຊົນ ອິນໂດເນເຊຍ ໄດ້ລົງພິມຫຼາຍບົດຂຽນ, ໃນນັ້ນໄດ້ຄັດຄຳເວົ້າຂອງທ່ານນາງປະທານສະພາຕ່ຳ ອິນໂດເນເຊຍ Puan Maharani ໂດຍຢືນຢັນວ່າ ສາຍພົວພັນລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ “ຄືດັ່ງອ້າຍນ້ອງໃນ ອາຊຽນ”.

        ຂໍ້ມູນກ່ຽວກັບໝາກຜົນການເຈລະຈາທາງການລະຫວ່າງການນຳສະພາແຫ່ງຊາດ 2 ປະເທດ ແລະ ເລື່ອງສະພາແຫ່ງຊາດ 2 ປະເທດລົງນາມໃນບົດບັນທຶກຊ່ວຍຈຳ (MoU) ການຮ່ວມມືກໍ່ໄດ້ລົງພິມຢ່າງກວ້າງຂວາງຈາກບັນດາໜັງສືພິມ, ຄື: Detik.com, Tempo.com, Akurat.co… ຕາມບັນດາແຫຼ່ງຂ່າວດັ່ງກ່າວແລ້ວ, ເລື່ອງລົງນາມໃນ MoU ຮ່ວມມືລັດຖະສະພາລະຫວ່າງ 2 ປະເທດ ຈະສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານ, ປະກອບຄຳເຫັນ, ບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ ແລະ ການແລກປ່ຽນບັນດາການໄປຢ້ຽມຢາມຂອງຄະນະຜູ້ແທນສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບເຖິງຄວາມສະຖຽນລະພາບດ້ານການເມືອງຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ