ຫວຽດນາມ ແລະ ອິນໂດເນເຊຍ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ ແລະ ອິນໂດເນເຊຍ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ວັນ​ທີ 5/9, ທ່ານ​ປະທານ​ສະພາ​ຕໍ່າ ສ.ອິນ​ໂດ​ເນ​ເຊຍ, ປະທານ​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPA) Marzuki Alie, ​ໄດ້​ເລີມ​ຕົ້ນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ເປັນ​ເວລາສອງ​ວັນ. ການ​ຢ້ຽມຢາມ​ຄັ້ງ​ນີ້ ​​ແມ່ນ​ໂອກາດເພື່ອ​ໃຫ້​ສອງ​ຝ່າຍ​ຢັ້ງຢືນ​ຄວາມ​ຕັດສິນ​ໃຈສິນ​ໃຈ​ຊຸກຍູ້​ການ​ພົວພັນ​ຫວຽດນາມ - ອິນ​ໂດ​ເນ​ເຊຍ ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ.

        ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ແງ່​ຫວັງການ​ພົວພັນ​ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ໃນ​ປະຈຸ​ບັນ, ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​​ຖື​ວ່າ.

        “ດ້ວຍ​ລະ​ດັບ​ຂອງ​ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ໃນປະຈຸ​ບັນ, ພວກ​ເຮົາ​ມີ​ພື້ນຖານ​ຢ່າງ​ຄົບ​ຖ້ວນເພື່ອ​ນຳ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຄວາມ​ໝາຍ​ອີກ​ອັນ​ໜຶ່ງ​ແມ່ນ ປະຈຸ​ບັນ​ພວກ​ເຮົາ​ຫາ​ກໍ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ບາງ​ປະ​ເທດ ​ແຕ່​ຍັງ​ບໍ່​ທັນ​ມີ​ປະ​ເທດ​ໃດ​ຢູ່​​ໃນອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ດ້ວຍ​ທີ່​ຕັ້ງ​ບົດບາດ​ໃນ​ພາກ​ພື້ນ ​ແລະ ສາກົນ ​ເລື່ອ​ງອິນ​ໂດ​ເນ​ເຊຍ ສ້າງ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັ້ນ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ປະ​ເທດ.  ​ເພື່ອ​ສັນຕິພາບ, ການຮ່ວມ​ມື​ພັດທະນາ ​ແລະ ຄວາມໝັ້ນຄົງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້”.

        ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້, ທ່ານ​ປະທານ​ສະພາ​ຕໍ່າ​ອິນ​ໂດ​ເນ​ເຊຍ Marzuki Alie ​ແລະ ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຈະ​ປຶກສາ​ຫາລື​ມາດ​ຕະການຕ່າງໆ​ເພື່ອ​ແນ​ໃສ່​ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ກວ່າ​ອີກ, ພິ​ເສດ​ແມ່ນ​​ສົມທົບ​ກັນ​ຍົກ​ສູງ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ຊຸກຍູ້​ບົດບາດ​ຂອງ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ ​ໃນ​ເລື່ອງ​ສ້າງ​ປະຊາ​ຄົມ​ລວມ​ໃນ​ປີ 2015, ນຳ​ອາ​ຊຽນກາຍ​ເປັນອົງການ ການ​ເມືອງ - ເສດຖະກິດ ສຳຄັນ ບໍ່​ສະ​ເພາະ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກວ້າງ ​ແລະ ​ເສີມ​ຂະຫຍາຍບົດບາດທີ່​ຕັ້ງ​ຢູ່​ທົ່ວ​ພາກ​ພື້ນ​ອາຊີ - ປາຊີ​ຝິກ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ