ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ມີ​ບົດ​ກ່າວ​ປາ​ໄສ​ລວມຢູ່​ສະ​ພາ​ຄວາມໝັ້ນຄົງ ກ່ຽວກັບ ສະພາບ​ການ​ຢູ່​ ອາຟະ​ລິ​ກາ ກາງ

(VOVWORLD) -        ວັນທີ 12 ມິຖຸນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ, ສປຊ ໄດ້ດໍາເນີນກອງປະຊຸມອອນລາຍ ກ່ຽວກັບສະພາບການຢູ່ພາກພື້ນອາຟະລິກາ ກາງ ແລະ ການເຄື່ອນໄຫວຂອງ ຫ້ອງການ ສປຊ ທີ່ປະຈໍາ ພາກພື້ນນີ້ (UNOCA).
ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ມີ​ບົດ​ກ່າວ​ປາ​ໄສ​ລວມຢູ່​ສະ​ພາ​ຄວາມໝັ້ນຄົງ ກ່ຽວກັບ ສະພາບ​ການ​ຢູ່​ ອາຟະ​ລິ​ກາ ກາງ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ (ພາບ: UN)

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ, ໄດ້ຕາງໜ້າໃຫ້ແກ່ຫວຽດນາມ ແລະ ອິນໂດເນເຊຍ ຂຶ້ນກ່າວຄໍາເຫັນລວມ, ໂດຍໄດ້ເນັ້ນໜັກວ່າ ຕ້ອງແກ້ໄຂບັນດາສາຍເຫດຕົ້ນຕໍທີ່ພາໄປເຖິງສະພາບການຂາດຄວາມໝັ້ນຄົງ ຜ່ານບັນດາມາດຕະການຮອບດ້ານ ແລະ ຍາວນານ, ໃນນັ້ນ ມີການເພີ່ມທະວີການຮ່ວມມື, ໄກ່່ເກ່ຍ, ແກ້ໄຂບັນດາສິ່ງທ້າທາຍຈາກບັນດາກຸ່ມປະກອບອາວຸດ ແລະ ອາດຊະຍາກໍາຂ້າມຊາດ, ສ້າງເງື່ອນໄຂ ແລະ ກາລະໂອກາດພັດທະນາໃຫ້ບັນດາປະເທດໃນພາກພື້ນ ອາຟະລິກາກາງ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງການຮ່ວມມືໃນພາກພື້ນ ແລະ ການສະໜັບສະໜູນ, ການປະກອບສ່ວນຂອງ ສະຫະພາບ ອາຟະລິກາ ກໍຄືປະຊາຄົມເສດຖະກິດ ອາຟະລິກາ ກາງ ເພື່ອເປົ້າໝາຍຮັບປະກັນສະພາບແວດລ້ອມທາງດ້ານສະຖຽນລະພາບ ແລະ ການພັດທະນາໃຫ້ແກ່ປະຊາຊົນບັນດາປະເທດ ອາຟະລິກາກາງ. ຫຼາຍປະເທດ ອາຊຽນ, ໃນນັ້ນ ມີ ຫວຽດນາມ ແລະ ອິນໂດເນເຊຍ ພວມຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ຢູ່ອາຟະລິກາກາງ ໂດຍຜ່ານບັນດາການຈັດສົ່ງກໍາລັງໄປເຂົ້າຮ່ວມໃນຄະນະຮັກສາສັນຕິພາບຂອງ ສປຊ ຢູ່ພາກພື້ນນີ້.

        ຟ້າມຮວັນ, ນັກຂ່າວ VOV ປະຈໍາ ອາເມລິກາ.


 

ຕອບກັບ

ຂ່າວ/ບົດ​ອື່ນ