ຫວຽດນາມ ແລະ ອິນໂດເນເຊຍ ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 15 ຕື້ໂດລາສະຫະລັດ ໃນປີ 2028

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ອິນໂດເນເຊຍ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ທີ່ມີຕົ້ນກຳເນີດຢູ່ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ອິນໂດເນເຊຍ…
ຫວຽດນາມ ແລະ ອິນໂດເນເຊຍ ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 15 ຕື້ໂດລາສະຫະລັດ ໃນປີ 2028 - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
(ພາບ:Dương Giang/TTXVN)

ຕອນບ່າຍວັນທີ 4 ກັນຍາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 43, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ນະທີ່ນີ້, ການນຳສອງທ່ານເຫັນດີເປັນເອກະພາບເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍ ແລະ ສົມທົບກັນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວນັ້ນໃຫ້ເປັນຢ່າງດີ, ສ້າງກຳລັງໜູນນຳການພົວພັນຄູ່ຮ່ວມມືຍຸດທະສາດພັດທະນາຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຮັກສາທ່າເຕີບໂຕດ້ານການຄ້າຕາມທິດສົມດຸນກວ່າ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 15 ຕື້ໂດລາສະຫະລັດ ໃນປີ 2028, ສະເໜີໃຫ້ລັດຖະບານສອງປະເທດພ້ອມກັນຊຸກຍູ້ບັນດາວິສາຫະກິດສອງປະເທດເພີ່ມທະວີການລົງທຶນ, ພິເສດແມ່ນໃນບັນດາຂົງເຂດໃໝ່. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ອິນໂດເນເຊຍ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ທີ່ມີຕົ້ນກຳເນີດຢູ່ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ອິນໂດເນເຊຍ…

        ສ່ວນທ່ານປະທານາທິບໍດີ ອິນໂດເນເຊຍ ໄດ້ສະແດງຄວາມຊົມເຊີຍບັນດາວິສາຫະກິດ ຫວຽດນາມ, ໃນນັ້ນມີ Vinfast, ລົງທຶນຢູ່ ອິນໂດເນເຊຍ; ຍູ້ແຮງການຮ່ວມມືພັດທະນາພະລັງງານທົດແທນ, ລະບົບນິເວດລົດໄຟຟ້າ; ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມືທາງທະເລ, ຮ່ວມມືດ້ານອາຊີບຫາປາແບບຍືນຍົງ ແລະ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານອາຊີບຫາປາໂດຍໄວ.

         ກ່ຽວກັບບັນຫາທະເລຕາເວັນອອກ, ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນການຮັກສາຄວາມສາມັກຄີ ແລະ ບັນດາຫຼັກການທີ່ໄດ້ເຫັນດີເຫັນພ້ອມຂອງ ອາຊຽນ, ພິເສດແມ່ນເລື່ອງ ອາຊຽນ ແລະ ຈີນ ບັນລຸໄດ້ COC ມີຜົນສັກສິດ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ