ຫວຽດນາມ ແລະ ອິນໂດເນເຊຍ ເຊັນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2017 – 2022

(VOVWORLD) - ວັນທີ 13 ຕຸລາ, ທີ່ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ໄດ້ເຈລະຈາກັບຄະນະຜູ້ແທນການທະຫານຂັ້ນສູງ ອິນໂດເນເຊຍ
ຫວຽດນາມ ແລະ ອິນໂດເນເຊຍ ເຊັນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2017 – 2022 - ảnh 1 ທ່ານ ໂງຊວນລິກ ແລະ ທ່ານ Ryamizard Ryacudu (ພາບ: nld.com.vn)

ໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນໂດເນເຊຍ Ryamizard Ryacudu ນຳໜ້າ. 2 ຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ເອົາໃຈໃສ່ເປັນພິເສດໃນບັນດາການເຄື່ອນໄຫວຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສ້າງກົນໄກເຈລະຈານະໂຍບາຍປ້ອງກັນຊາດ; ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າທັບກອງທັບເຮືອ, ກອງທັບອາກາດ, ຕຳຫລວດທະເລ, ຊຸກຍູ້ການຮ່ວມມືອຸດສາຫະກຳການປ້ອງກັນຊາດ. 2 ຝ່າຍກໍ່ເຫັນດີເປັນເອກະສັນ ຕັ້ງໜ້າສືບຕໍ່ທາບທາມຄຳເຫັນ, ສົມທົບ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫລາຍຝ່າຍ.

        ພາຍຫລັງການເຈລະຈາ, 2 ຝ່າຍໄດ້ເຊັນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2017 – 2022 ລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ