ຫວຽດນາມ ແລະ ອີຢູ ພ້ອມກັນມີຄວາມມານະພະຍາຍາມສູງໃຫ້ແກ່ ສັນຍາການຄ້າເສລີ

(VOVWORLD) -ທັງຫວຽດນາມ ແລະ ບັນດາປະເທດ ອີຢູ ພ້ອມກັບ ຂ້າຫຼວງໃຫຍ່ Malmstrom ພວມເຮັດວຽກຢ່າງຕັ້ງໜ້າ ເພື່ອກະກຽມການສ້າງສໍາເລັດລະບຽບການຕ່າງໆໃນໄລຍະສຸດທ້າຍ ໃຫ້ແກ່ການລົງນາມໃນສັນຍາ EVFTA, ເຊິ່ງຄາດວ່າຈະດໍາເນີນໃນທ້າຍເດືອນ ມິຖຸນາ ນີ້ຢູ່ ຮ່າໂນ້ຍ.
ຫວຽດນາມ ແລະ ອີຢູ ພ້ອມກັນມີຄວາມມານະພະຍາຍາມສູງໃຫ້ແກ່ ສັນຍາການຄ້າເສລີ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN)

  ວັນທີ 19 ມິຖຸນາ ຢູ່ນະຄອນ ບຣຸກແຊນ ຂອງ ລາຊະອານາຈັກ ແບນຊິກ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ໄດ້ມີການເຮັດວຽກກັບ ທ່ານ Cecilia Malmstrom ຂ້າຫຼວງໃຫຍ່ ທີ່ຮັບຜິດຊອບດ້ານການຄ້າ ຂອງ ສະຫະພາບເອີຣົບ (ອີຢູ) ແລະ ທ່ານ Kris Peeters ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີເສດຖະກິດ ແລະ ວຽກເຮັດງານທໍາຂອງ ແບນຊິກ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືດ້ານເສດຖະກິດການຄ້າ ກໍຄືເລື່ອງຊຸກຍູ້ການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA).

        ສອງຝ່າຍໄດ້ປຶກສາຫລືຢ່າງລະອຽດ, ຕັ້ງໜ້າ ແລະ ຮອບດ້ານກ່ຽວກັບຂອບເຂດການຮ່ວມມື, ກາລະໂອກາດ ແລະ ສິ່ງທ້າທາຍ ທີ່ໄດ້ວາງອອກໃຫ້ແກ່ ຫວຽດນາມ ກໍຄືບັນດາຄູ່ຮ່ວມມື ອີຢູ ໃນການສືບຕໍ່ເປີດກວ້າງ ແລະ ຍົກສູງປະສິດທິຜົນການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງຝ່າຍ ໃຫ້ດີກວ່າອີກ.

        ຂ້າຫຼວງໃຫຍ່ Malmstrom ຕີລາຄາສູງບັນດາຄວາມມານະພະຍາຍາມຈາກຝ່າຍສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງຂອງຫວຽດນາມໃນການຮັບຮອງເອົາ ສົນທິສັນຍາສະບັບເລກທີ 98 ຂອງອົງການແຮງງານສາກົນ ກໍຄືໂຄງການກໍ່ສ້າງກົດໝາຍ. ບັນດາປະເທດສະມາຊິກຂອງ ອີຢູ ລ້ວນແຕ່ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມກ່າວອີກ, ໃນນັ້ນມີການລົງນາມໃນ ສັນຍາການຄ້າເສລີ (EVFTA) ແລະ ສັນຍາວ່່າດ້ວຍການອາລັກຂາການລົງທຶນລະຫວ່າງ ອີຢູ - ຫວຽດນາມ (EVIPA) ໃນໄລຍະໄວທີ່ສຸດ. ປັດຈຸບັນ ທັງຫວຽດນາມ ແລະ ບັນດາປະເທດ ອີຢູ ພ້ອມກັບ ຂ້າຫຼວງໃຫຍ່ Malmstrom ພວມເຮັດວຽກຢ່າງຕັ້ງໜ້າ ເພື່ອກະກຽມການສ້າງສໍາເລັດລະບຽບການຕ່າງໆໃນໄລຍະສຸດທ້າຍ ໃຫ້ແກ່ການລົງນາມໃນສັນຍາ EVFTA, ເຊິ່ງຄາດວ່າຈະດໍາເນີນໃນທ້າຍເດືອນ ມິຖຸນາ ນີ້ຢູ່ ຮ່າໂນ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ