ຫວຽດ​ນາມ ແລະ ອີ​ຢີບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ການ​ຄ້າ

(VOVWORLD) -ວັນທີ 2 ທັນວາ, ຢູ່ ກາຍໂຣ, ປະເທດ ອີຢີບ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດ ອີຢີບ ໄດ້ຈັດຕັ້ງກອງປະຊຸມສຳມະນາຊຸກຍູ້ການຄ້າລະຫວ່າງ ຫວຽດນາມ ແລະ ອີຢີບ, ໂດຍມີການເຂົ້າຮ່ວມຂອງ ວິສາຫະກິດສົ່ງອອກ - ນຳເຂົ້າຫຼາຍແຫ່ງ ຂອງທັງສອງປະເທດ.
ຫວຽດ​ນາມ ແລະ ອີ​ຢີບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ  ແລະ ການ​ຄ້າ - ảnh 1ກອງປະຊຸມສຳມະນາຊຸກຍູ້ການຄ້າລະຫວ່າງ ຫວຽດນາມ ແລະ ອີຢີບ (ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ວິສາຫະກິດສອງປະເທດຖືວ່າ ເພື່ອຂຸດຄົ້ນຢ່າງມີປະສິດທິຜົນ, ສອງປະເທດຄວນເປັນເຈົ້າການໃນການຊອກຫາຄູ່ຮ່ວມມື, ເຂົ້າຮ່ວມບັນດາກອງປະຊຸມສຳມະນາ, ງານວາງສະແດງ ແລະ ເພີ່ມທະວີການແລກປ່ຽນໂດຍກົງລະຫວ່າງບັນດາວິສາຫະກິດສົ່ງອອກ - ນຳເຂົ້າ. ບັນດາວິສາຫະກິດອາດຮ່ວມມື ແລະ ໜູນຊ່ວຍກັນຕາມຄວາມຮຽກຮ້ອງຕ້ອງການການຕະຫຼາດເຊິ່ງ ແຕ່ລະປະເທດມີທ່າແຮງ. ຄຽງຄູ່ກັນນັ້ນ, ການຮ່ວມມືດ້ານການທ່ອງທ່ຽວກໍ່ແມ່ນຂົງເຂດພວມໄດ້ຮັບການພັດທະນາຢ່າງແຮງຢູ່ແຕ່ລະປະເທດ. ວິສາຫະກິດສອງປະເທດມີຫຼາຍໂອກາດຄືການຮ່ວມມືໃນຫຼາຍຂົງເຂດ, ຂະແໜງໃໝ່ຄື ນ້ຳມັນບໍ່, ອາຍແກັດ, ທະນາຄານ. ຕາມສະຫະສະມາຄົມວິສາຫະກິດ ອີຢີບ ແລ້ວ, ກອງປະຊຸມສຳມະນາແມ່ນໂອກາດທີ່ດີເພື່ອໃຫ້ວິສາຫະກິດສອງປະເທດໄດ້ແລກປ່ຽນ, ຮ່ວມມື ແລະ ພ້ອມກັນຊຸກຍູ້ແລກປ່ຽນການຄ້າສອງຝ່າຍ, ແລກປ່ຽນຂໍ້ມູນຂ່າວສານ, ສະເໜີບັນດາວິທີການ, ກົນໄກໜູນຊ່ວຍວິສາຫະກິດກັບລັດຖະບານ, ກະຊວງ, ຂະແໜງການສອງປະເທດ. ສະຫະສະມາຄົມວິສາຫະກິດ ອີຢີບເຊື່ອໝັ້ນວ່າ ວົງເງິນການຄ້າສອງສົ້ນຈະເພີ່ມຂຶ້ນຢ່າງແຮງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ