ຫວຽດນາມ ແລະ ອີຣານ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ

(VOVWORLD) - ອີຣານ ອາດສາມາດກາຍເປັນໜຶ່ງໃນບັນດາຈຸດນັດພົບການທ່ອງທ່ຽວຍ້ອນມີປູຊະນີຍະສະຖານປະຫວັດສາດ, ທິວທັດທຳມະຊາດທີ່ດຶງດູດໃຈສຳລັບປະຊາຊົນ ຫວຽດນາມ.
ຫວຽດນາມ ແລະ ອີຣານ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ - ảnh 1(ກອງປະຊຸມສຳມະນາທ່ອງທ່ຽວ ອີຣານ - ຫວຽດນາມ)

        ຕອນບ່າຍວັນທີ 01 ກໍລະກົດ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມສຳມະນາທ່ອງທ່ຽວ ອີຣານ - ຫວຽດນາມ, ໃນຂອບເຂດ Roadshow ທ່ອງທ່ຽວ ອີຣານ - ອາຊີຕາເວັນອອກສ່ຽງໃຕ້ 2024. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Ali Ashgar Shalbafian, ຮອງລັດຖະມົນຕີກະຊວງມໍລະດົກວັດທະນະທຳ, ທ່ອງທ່ຽວ ແລະ ສິລະປະຫັດຖະກຳ ອີຣານ ຖືວ່າ, ອີຣານ ອາດສາມາດກາຍເປັນໜຶ່ງໃນບັນດາຈຸດນັດພົບການທ່ອງທ່ຽວຍ້ອນມີປູຊະນີຍະສະຖານປະຫວັດສາດ, ທິວທັດທຳມະຊາດທີ່ດຶງດູດໃຈສຳລັບປະຊາຊົນ ຫວຽດນາມ. ສ່ວນທ່ານ ຮ່ວາງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຂໍ້ສັງເກດວ່າ, ກອງປະຊຸມສຳມະນາແມ່ນເວທີປາໄສສຳຄັນເພື່ອໃຫ້ບັນດາອົງການຄຸ້ມຄອງຂອງລັດດ້ານການທ່ອງທ່ຽວ ຫວຽດນາມ ແລະ ອີຣານ ພົບປະແລກປ່ຽນ, ແບ່ງປັນບົດຮຽນ, ພ້ອມທັງ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດທ່ອງທ່ຽວຢູ່ ຫວຽດນາມ ແລະ ອີຣານ ຍູ້ແຮງການຮ່ວມມືໃນສະພາບທີ່ຂະແໜງທ່ອງທ່ຽວໄດ້ຮັບການຟື້ນຟູພາຍຫຼັງໂລກລະບາດ.

        ກໍ່ທີ່ເຫດການ, ມີບໍລິສັດທ່ອງທ່ຽວ ອີຣານ 9 ແຫ່ງເຂົ້າຮ່ວມເພື່ອແລກປ່ຽນ, ຊອກຫາກາລະໂອກາດຮ່ວມມືກັບວິສາຫະກິດຂອງ ຫວຽດນາມ, ຜ່ານນັ້ນ, ກໍ່ຊຸກຍູ້ການທ່ອງທ່ຽວລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ