ຫວຽດນາມ ແລະ ອາກຊັງຕິນ ເພີ່ມທະວີການຮ່ວມມືມິດຕະພາບ.

(VOVWORLD) -ຫວຽດນາມ ເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ່ 2 ຂອງ ອາກຊັງຕິນ ຢູ່ ອາຊີ ແລະ ລະດັບການແລກປ່ຽນການຄ້າສອງຝ່າຍໃນປີ 2018 ບັນລຸໄດ້ 3 ຕື້ USD ເຖິງແມ່ນວ່າຢູ່ໃນໄລຍະເບື້ອງຕົ້ນ
ຫວຽດນາມ ແລະ ອາກຊັງຕິນ ເພີ່ມທະວີການຮ່ວມມືມິດຕະພາບ. - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ແລະ ທ່ານປະທານາທິບໍດີ ສາທາລະນະລັດ ອາກຊັງຕິນ Mauricio Macri.

ຕອນຄ່ຳວັນທີ 20 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຮອງຮັບ ທ່ານປະທານາທິບໍດີ ສາທາລະນະລັດ ອາກຊັງຕິນ Mauricio Macri ແລະ ພັນລະຍາ.

       ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງໄດ້ຊົມເຊີຍບັນດາຜົນງານທີ່ອາກຊັງຕິນບັນລຸໄດ້ໃນເວລາທີ່ຜ່ານມາ, ເຊິ່ງແມ່ນປະເທດທີ່ມີພື້ນຖານເສດຖະກິດໃຫຍ່ອັນດັບທີ່ 3 ຂອງ ອາເມລິກາລາຕິນດ້ວຍຖານະບົດບາດ ແລະ ສຽງເວົ້າທີ່ສຳຄັນໃນພາກພື້ນແລະໃນໂລກ.

ຜົນງານຂອງໄລຍະ45ປີທີ່ຜ່ານມາໄດ້ນຳມາເຊິ່ງຄວາມໝາຍຫຼາຍຢ່າງໃຫ້ແກ່ປະຊາຊົນທັງສອງປະເທດ. ພວກເຮົາໄດ້ສ້າງຕັ້ງ ແລະ ພວມພັດທະນາສາຍພົວພັນຄູ່ຮ່ວມມືທີ່ຮອບດ້ານ ແລະ ຮັກສາ ການຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ. ນອກຈາກນີ້, ບັນດາໂຄງການຜະລິດບັນດາຜະລິດຕະພັນຊິວະ ຂອງ ອາກຊັງຕິນ ຢູ່ ຫວຽດນາມ, ການຮ່ວມມື ດ້ານເຊື້ອຊາດວິທະຍານິຕິເວດ, ການຮ່ວມມືດ້ານກະສິກຳໃນຂອບເຂດການຮ່ວມມືໃຕ້ - ໃຕ້ ແລະ 3 ຝ່າຍ ພ້ອມກັບໂຄງການຕ່າງໆພວມເຄື່ອນໄຫວຢ່າງມີປະສິດທິຜົນ”

      ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ້ອງ ເຊື່ອໝັ້ນວ່າການພົວພັນຮ່ວມມືລະຫວ່າງສອງປະເທດຈະນັບມື້ນັບໄດ້ຮັບການຍູ້ແຮງ ແລະ ຈະບັນລຸໄດ້ຫຼາຍຜົນງານຢ່າງຕັ້ງໜ້າກວ່າອີກໃນຫຼາຍຂົງເຂດ.

        ສ່ວນທ່ານປະທານາທິບໍດີ ສາທາລະນະລັດ ອາກຊັງຕິນ Mauricio Macri ຢັ້ງຢືນວ່າ ຫວຽດນາມ ເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ່ 2 ຂອງ ອາກຊັງຕິນ ຢູ່ ອາຊີ ແລະ ລະດັບການແລກປ່ຽນການຄ້າສອງຝ່າຍໃນປີ 2018 ບັນລຸໄດ້ 3 ຕື້ USD ເຖິງແມ່ນວ່າຢູ່ໃນໄລຍະເບື້ອງຕົ້ນ. ທ່ານ ປະທານາທິບໍດີ ອາກຊັງຕິນ ປາດຖະໜາວ່າ ການພົວພັນຮ່ວມມືທາງເສດຖະກິດ, ການຄ້າ ລະຫວ່າງສອງປະເທດຈະພັດທະນາຢ່າງແຮງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ