ຫວຽດນາມ ແລະ ອານເຊຣີ ເພີ່ມທະວີແລກປ່ຽນການຄ້າທາງອອນລາຍ

(VOVWORLD) -  ຍ້ອນສະພາບການໂລກລະບາດໂຄວິດ-19 ຜັນແປຢ່າງສັບສົນ, ນັບແຕ່ທ້າຍເດືອນ ກຸມພາ ຮອດປະຈຸບັນ, ບັນດາເຫດການການຄ້າສາກົນທີ່ເປັນມູນເຊື້ອຢູ່ ອານເຊຣີ ຍັງບໍ່ທັນໄດ້ຮັບການອະນຸຍາດເປີດຄືນໃໝ່. 
ຫວຽດນາມ ແລະ ອານເຊຣີ ເພີ່ມທະວີແລກປ່ຽນການຄ້າທາງອອນລາຍ - ảnh 1ຫວຽດນາມ ແລະ ອານເຊຣີ ເພີ່ມທະວີແລກປ່ຽນການຄ້າທາງອອນລາຍ (ພາບ: TTXVN)

  ເຖິງຢ່າງໃດກໍ່ຕາມ, ປະເທດນີ້ ຍັງຄົງຜັນຂະຫຍາຍແຜນການຈັດຕັ້ງບັນດາງານຕະຫລາດນັດ, ງານວາງສະແດງໂດຍຜ່ານຮູບການທາງອອນລາຍ ແນໃສ່ສ້າງໂອກາດແລກປ່ຽນການຄ້າ, ສົ່ງເສີມການຄ້າກັບບັນດາວິສາຫະກິດໃນໂລກ, ໃນນັ້ນ ມີບັນດາວິສາຫະກິດ ຫວຽດນາມ. ຕາມຕົວເລກຂອງອົງການພາສີ ຫວຽດນາມ ແລ້ວ ໃນ 8 ເດືອນຕົ້ນປີ, ຍອດມູນຄ່າແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ອານເຊຣີ ບັນລຸປະມານ 120 ລ້ານ USD, ຫລຸດລົງ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ເລື່ອງເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ ຕາມຮູບການທາງອອນລາຍຄືປະຈຸບັນ ຈະປະກອບສ່ວນຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ