ຫວຽດນາມ ແລະ ອາຟະລິກາໃຕ້ ປຶກສາຫາລືກ່ຽວກັບຂໍ້ສະເໜີໃນການສ້າງສັນຍາ FTA

(VOVWORLD) -  ວັນທີ 25 ມິຖຸນາ,ໂດຍສືບຕໍ່ລາຍການເຮັດວຽກເນື່ອງໃນໂອກາດເຂົ້າຮ່ວມງານຕະຫຼາດນັດການຄ້າສາກົນ SAITEX 2019 ຢູ່ ອາຟະລິກາໃຕ້, ຄະນະສົ່ງເສີມການຄ້າ ສັງກັດກະຊວງອຸຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໂດຍທ່ານນາງ ບຸ່ຍທິແທັງອານ ຮອງຫົວໜ້າກົມສົ່ງເສີມການຄ້າ ນໍາໜ້າ ໄດ້ມີການພົບປະກັບຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ ອາຟະລິກາໃຕ້.
ຫວຽດນາມ ແລະ ອາຟະລິກາໃຕ້ ປຶກສາຫາລືກ່ຽວກັບຂໍ້ສະເໜີໃນການສ້າງສັນຍາ FTA - ảnh 1ຄະນະສົ່ງເສີມການຄ້າ ສັງກັດກະຊວງອຸຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຖ່າຍຮູູບເປັນທີ່ລະນຶກ ກັບຜູ້ຕາງໜ້າກະຊວງອຸດສາຫະກໍາ ແລະ ການຄ້າ ອາຟະລິກາໃຕ້ (ພາບ: TTXVN)

        ທີ່ການພົບປະ, ທ່ານນາງ ບຸ່ຍທິແທັງອານ ຖືວ່າ ເຖິງວ່າວົງເງິນການຄ້າລະຫວ່າງຫວຽດນາມ - ອາຟະລິກາໃຕ້ ສືບຕໍ່ເພີ່ມຂຶ້ນໃນຫຼາຍປີຜ່ານມາກໍຕາມ ແຕ່ປັດຈຸບັນຍັງມີຄວາມບົ່ມຊ້ອນຫຼາຍຢ່າງເພື່ອສືບຕໍ່ເຕີບໂຕໃນໄລຍະຈະມາເຖິງ, ພິເສດໃນບັນດາຂົງເຂດຂຸດຄົ້ນບໍ່ແຮ່, ຜະລິດ - ປຸງແຕ່ງສະບຽງອາຫານ ແລະ ສິນໃນນໍ້າ-ສິນທະເລ. ທ່ານນາງ ບຸ່ຍທິແທັງອານ ສະເໜີວ່າ ຫວຽດນາມ ແລະ ອາຟະລິກາໃຕ້ ຄວນຄົ້ນຄວ້າການສ້າງສັນຍາການຄ້າເສລີສອງຝ່າຍ (FTA) ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການແລກປ່ຽນສິນຄ້າ, ການບໍລິການ ແລະ ການລົງທຶນລະຫວ່າງສອງປະເທດ. 

        ສ່ວນທ່ານ Victor Mashabela ຫົວໜ້າກົມຮ່ວມມືສອງຝ່າຍ ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າ ອາຟະລິກາໃຕ້ໄດ້ຊົມເຊີຍຂໍ້ສະເໜີໃນການສ້າງສັນຍາ FTA ຂອງຝ່າຍຫວຽດນາມ, ໂດຍຖືວ່າ ນີ້ຈະແມ່ນບາດລ້ຽວໃນການພົວພັນດ້ານການຄ້າເວົ້າສະເພາະ ແລະ ການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດເວົ້າລວມ.

        ເນື່ອງໃນໂອກາດນີ້, ຄະນະປະຕິບັດງານກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຈະຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ “ການພົວພັນແລກປ່ຽນການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະ - ອາຟະລິກາໃຕ້” ຢູ່ນະຄອນ Cape Town ໃນວັນທີ 27 ມິຖຸນາ. ນອກຈາກນັ້ນ, ກໍຍັງມີການເຮັດວຽກກັບບັນດາບໍລິສັດນໍາເຂົ້າ ແລະ ລະບົບຮ້ານສັບພະສິນຄ້າ ຂອງ ອາຟະລິກາໃຕ້ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ