ຫວຽດ​ນາມ ແລະ ອາ​ຣັບ​ບິ ຊາ​ອຸ​ດິ ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ ແລະ ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ

(VOVWORLD) - ວັນທີ 23 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບ ເຈົ້າຊາຍ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ເພື່ອແລກປຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ.
ຫວຽດ​ນາມ ແລະ ອາ​ຣັບ​ບິ ຊາ​ອຸ​ດິ ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ ແລະ ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບເຈົ້າຊາຍ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ (ພາບ: Baoquocte)

ທີ່ການໂອ້ລົມທາງໂທລະສັບທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືມິດຕະພາບກັບອາຣັບບິ ຊາອຸດິ ໃນຫຼາຍດ້ານ ໃຫ້ຫຼາຍກ່ວາອີກ.

ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງເລື່ອງການນຳກະຊວງການຕ່າງປະເທດສອງປະເທດ ມີການໂອ້ລົມທາງໂທລະສັບເປັນປະຈຳເພື່ອແລກປ່ຽນກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຖືນີ້ແມ່ນຫຼັກຖານທີ່ມີຊີວິດຊີວາຂອງການພົວພັນຮ່ວມມືອັນດີງາມລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ ແລະ ສອງປະເທດເວົ້າລວມ.

        ລັດຖະມົນຕີສອງທ່ານໄດ້ເນັ້ນໜັກວ່າ ສອງຝ່າຍຄວນເພີ່ມທະວີການພົວພັນສອງຝ່າຍໃຫ້ຫຼາຍກ່ວາອີກໃນບັນດາຂົງເຂດຄື ການເມືອງ, ເສດຖະກິດ, ການລົງທຶນ, ການທ່ອງທ່ຽວ… ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ