ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ບັນ​ລຸ​​ບັນ​ດາ​ບາດ​ກ້າວ​ຍາວໄກ​ໃນ​ກາ​ນ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ

(VOVWORLD) - ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ປີ 2023, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຜະລິດຮູບເງົາເອກະສານດ້ວຍຫົວຂໍ້ “ສິ່ງທີ່ມະຫັດສະຈັນ” ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງທ່ານ         Patrick Leahy ຕໍ່ການພົວພັນສອງປະເທດ.
ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ບັນ​ລຸ​​ບັນ​ດາ​ບາດ​ກ້າວ​ຍາວໄກ​ໃນ​ກາ​ນ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ - ảnh 1ການໂອ້ລົມທາງໂທລະສັບແບບທາງໄກ (ພາບ: qdnd.vn)

ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin, ຕອນບ່າຍວັນທີ 8 ກັນຍາ ຢູ່ສະຖານທູດ ອາເມລິກາ ປະຈຳ ນະຄອນຫຼວງ ວໍຊິງຕັນດີຊີ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການໂອ້ລົມທາງໂທລະສັບແບບທາງໄກກັບທ່ານ Patrick Leahy ອະດີດສະມາຊິກລັດຖະສະພາ, ອະດີດປະທານຜູ້ປະຈຳການ, ປະທານກຳມາທິການການຈ່າຍ ສະພາສູງ ອາເມລິກາ.

ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ປີ 2023, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຜະລິດຮູບເງົາເອກະສານດ້ວຍຫົວຂໍ້ “ສິ່ງທີ່ມະຫັດສະຈັນ” ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງທ່ານ         Patrick Leahy ຕໍ່ການພົວພັນສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ. ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ແລະ ອາເມລິກາ ບັນລຸໄດ້ບັນດາບາດກ້າວຍາວໄກໃນຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ສ່ວນທ່ານ Patrick Leahy ໃຫ້ຮູ້ວ່າ ທ່ານ ແລະ ສະມາຊິກລັດຖະສະພາ ອາເມລິກາຫຼາຍທ່ານ ຍາມໃດກໍ່ພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນໃຫ້ແກ່ການພົວພັນສອງປະເທດ, ພິເສດແມ່ນຮັກສາ ແລະ ຊຸກຍູ້ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານ Patrick Leahy ປາດຖະໜາວ່າ ໃນໄລຍະຈະມາເຖິງ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສືບຕໍ່ ແມ່ນພື້ນຖານເພື່ອຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ ພັດທະນາຢ່າງແຮງກ່ວາອີກ, ປະກອບສ່ວນຊ່ວຍສອງປະເທດບັນລຸໄດ້ບັນດາເປົ້າໝາຍລວມກ່ຽວກັບສັນຕິພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ