ຫວຽດນາມ ແລະ ອາເມລິກາ ສ້າງບັນດາທ່າແຮງເພື່ອພ້ອມກັນພັດທະນາ

(VOVWORLD) - ທີ່ການປະຊຸມຂ່າວສະໄໝສາມັນຂອງລັດຖະບານ ໃນຕອນບ່າຍວັນທີ 3 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານ ມາຍຕ໋ຽນຢູ້ງ,  ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ: ປະຈຸບັນ, ວົງເງິນການຄ້າ 2 ສົ້ນບັນລຸປະມານ 50 ຕື້ USD. 
ຫວຽດນາມ ແລະ ອາເມລິກາ ສ້າງບັນດາທ່າແຮງເພື່ອພ້ອມກັນພັດທະນາ - ảnh 1ທ່ານ ມາຍຕ໋ຽນຢູ້ງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ 

ຫວຽດນາມ ແລະ ອາເມລິກາ ສ້າງບັນດາທ່າແຮງເພື່ອພ້ອມກັນພັດທະນາ - ທ່ານ ມາຍຕ໋ຽນຢູ້ງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເວົ້າຄືແນວນັ້ນເມື່ອແບ່ງປັນກ່ຽວກັບການຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ ພາຍຫຼັງການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (29 -31 ພຶດສະພາ). ທີ່ການປະຊຸມຂ່າວສະໄໝສາມັນຂອງລັດຖະບານ ໃນຕອນບ່າຍວັນທີ 3 ມິຖຸນາ ຢູ່ຮ່າໂນ້ຍ, ທ່ານ ມາຍຕ໋ຽນຢູ້ງ,  ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ: ປະຈຸບັນ, ວົງເງິນການຄ້າ 2 ສົ້ນບັນລຸປະມານ 50 ຕື້ USD. ໃນນັ້ນ, ຫວຽດນາມ ນຳເຂົ້າສິນຄ້າຈາກ ອາເມລິກາ ຕົກເປັນມູນຄ່າ 19 ຕື້ USD ແລະ ສົ່ງອອກໄປຍັງອາເມລິກາ ແມ່ນ 32 ຕື້ USD. ໃນການເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ບໍ່ແກ່ງແຍ້ງກັບ ອາເມລິກາ ຫາກ 2 ປະເທດພຽງສ້າງທ່າແຮງເພື່ອໜູນຊ່ວຍ, ເພີ່ມເຕີມໃຫ້ກັນ:

        “ວິສາຫະກິດ ອາເມລິກາ ມີຄວາມສາມາດກ່ຽວກັບເຕັກໂນໂລຢີ, ກ່ຽວກັບຄວາມກ້າວໜ້າວິທະຍາສາດ. ຫວຽດນາມ ຊື້ເຄື່ອງຈັກຂອງເຮືອບິນ Boeing, ຊື້ບັນດາອຸປະກອນຂອງໂຮງງານໄຟຟ້າແຮງລົມ. ແຕ່ ຫວຽດນາມ ກໍ່ສົ່ງອອກບັນດາປະເພດສິນຄ້າມີທ່າແຮງ, ພິເສດແມ່ນຂົງເຂດກະສິກຳ, ກະສິກຳປຸງແຕ່ງ. ເມື່ອຕັ້ງບັນຫາຮັບປະກັນຜົນປະໂຫຍດຂອງ 2 ຝ່າຍ, ທ່ານນາຍົກລັດຖະມົນຕີ ໄດ້ຍົກຕົວຢ່າງຮູບພາບຂອງເກີບໜັງຜະລິດຢູ່ ຫວຽດນາມ ມີລາຄາ 100 USD, ຫວຽດນາມ ໄດ້ຜົນກຳໄລສ່ວນນ້ອຍແມ່ນ 22 USD ເທົ່ານັ້ນ, ຍັງເຫຼືອແມ່ນ 78 USD ລວມມີຄ່າຂົນສົ່ງ, ພາສີອາກອນ, ຄ່າຂາຍຄ່ອຍ, ໃນນັ້ນທັງໝົດ 55 USD ແມ່ນຄ່າຂາຍຍ່ອຍແມ່ນຊາວ ອາເມລິກາ ໄດ້ຮັບ. ຕົວຢ່າງນີ້ໄດ້ພິສູດໃຫ້ເຫັນວ່າ ຜົນປະໂຫຍດຂອງວິສາຫະກິດ 2 ຝ່າຍໄດ້ຮັບປະກັນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ