ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຮ່ວມ​ມື​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ທ່ານ John Kerry ໃຫ້ຮູ້ວ່າ ອາເມລິກາ ມີບັນດາຄຳໝັ້ນສັນຍາໃນການຫັນປ່ຽນພະລັງງານ ແລະ G7 ຈະສືບຕໍ່ກວດກາຄືນບັນດາເນື້ອໃນຄຳໝັ້ນສັນຍາ ພາຍໃນກຸ່ມ.
ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຮ່ວມ​ມື​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ເຮັດວຽກກັບທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ

ວັນທີ 7 ພະຈິກ, ຢູ່ນອກກອງປະຊຸມຄັ້ງທີ 27 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 27), ຢູ່ Sharm El-Sheikh, ປະເທດ ເອຢິບ, ທ່ານ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຮັດວຽກກັບທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ນະທີ່ນີ້, ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ ຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍານຳການປ່ອຍທາດພິດລົງເປັນ 0 ໃນປີ 2050 ເຊິ່ງຫວຽດນາມ ຍົກອອກມາຢູ່ກອງປະຊຸມ COP 26. ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການສັງລວມ, ຮອບດ້ານໃນຂົງເຂດຫັນປ່ຽນພະລັງງານ, ເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍດັ່ງກ່າວ. ທ່ານລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກ ວ່າ ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດທັງຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແມ່ນບັນຫາຫຍຸ້ງຍາກ ແລະ ສັບສົນ, ຮຽກຮ້ອງການໜູນຊ່ວຍຈາກປະຊາຄົມສາກົນ ກ່ຽວກັບແຫຼ່ງກຳລັງ ແລະ ເຕັກໂນໂລຢີ, ສະເໜີໃຫ້ຝ່າຍ ອາເມລິກາ ແລະ ກຸ່ມ 7 ປະເທດທີ່ມີພື້ນຖານເສດຖະກິດພັດທະນາໃຫຍ່ທີ່ສຸດໃນ ໂລກ (G7) ປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາ ກ່ຽວກັບການຫັນປ່ຽນພະລັງງານຢ່າງສະເໝີພາບ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ໄດ້ຍົກອອກບັນດາຄຳໝັ້ນສັນຍາຢ່າງຈະແຈ້ງທີ່ສຸດ ແລະ ສະເໜີໃຫ້ບັນດາຄູ່ຮ່ວມມືກໍ່ມີບັນດາຄຳໝັ້ນສັນຍາຢ່າງຈະແຈ້ງເພື່ອພ້ອມກັນຮ່ວມມື ແລະ ປະຕິບັດ.

ສ່ວນທ່ານ John Kerry ໃຫ້ຮູ້ວ່າ ອາເມລິກາ ມີບັນດາຄຳໝັ້ນສັນຍາໃນການຫັນປ່ຽນພະລັງງານ ແລະ G7 ຈະສືບຕໍ່ກວດກາຄືນບັນດາເນື້ອໃນຄຳໝັ້ນສັນຍາ ພາຍໃນກຸ່ມ. ທ່ານກໍ່ຢັ້ງຢືນວ່າ ຈະໜູນຊ່ວຍຫວຽດນາມ ໃນວິວັດການຫັນປ່ຽນພະລັງງານຢ່າງສະເໝີພາບ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກໍ່ຄືຕັ້ງໜ້າຊຸກຍູ້ການຮ່ວມມື ແລະ ປະຕິບັດ ບັນດາຄຳໝັ້ນສັນຍາກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ