ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ, ຍົກ​ສູງ​ກົດ​ໝາຍ​ສາ​ກົນ ແລະ ການຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ

(VOVWORLD) -ຕອນຄ່ຳວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ ໂອ້ລົມທາງໂທລະສັບຂັ້ນສູງກັບທ່ານປະທານາທິບໍດີ ອາເມລິກາ Joe Biden.

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ, ຍົກ​ສູງ​ກົດ​ໝາຍ​ສາ​ກົນ ແລະ ການຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ  ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Joe Biden(ພາບ: TTXVN)

ທີ່ການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີສອງຝ່າຍສືບຕໍ່ເປີດກວ້າງ ແລະ ນຳການຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກໂນໂລຢີເປັນຈຸດສຸມ ແລະ ກຳລັງໜູນໃຫ້ແກ່ການພົວພັນສອງຝ່າຍ, ປະຕິບັດບັນດາຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຖືເປັນສຳຄັນການຊຸກຍູ້ການຄ້າຢ່າງກົມກຽວ, ຍືນຍົງ, ຮ່ວມມືກັນເພື່ອຮັບປະກັນລະບົບສະໜອງ, ພື້ນຖານໂຄງລ່າງ ແລະ ບັນດາຂົງເຂດໃໝ່.

ທ່ານເລຂາທິການໃຫຍ່ ກ່າວແຈ້ງວ່າ: ຫວຽດນາມ ສືບຕໍ່ສົມທົບກັບອາເມລິກາ ແລະ ບັນດາຄູ່ຮ່ວມມືໃນການຊຸກຍູ້ສັນຕິພາບ, ການຮ່ວມມື, ພັດທະນາແບບຍືນຍົງຢູ່ເຂດອະນຸພາກພື້ນ ແມ່ນ້ຳຂອງ ແລະ ການຮ່ວມມືເພື່ອໃຫ້ອາເມລິກາຈັດ ເວທີປາໄສຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ໃຫ້ສຳເລັດ. ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ໃນນະໂຍບາຍພັດທະນາຂອງ ຫວຽດນາມ, ແລະ ທ່ານຫວັງວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ.

ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ, ທ່ານສະໜັບສະໜູນ ປະເທດຫວຽດນາມ ທີ່ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”, ຢັ້ງຢືນຄືນໃໝ່ການເຄົາລົບເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບລະບຽນການ ການເມືອງຂອງ ຫວຽດນາມ. ອາເມລິກາໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ສັນຕິພາບ ແລະ ວັດທະນາຖາວອນ ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ທ່ານຫວັງຢາກຮ່ວມມືກັບ ຫວຽດນາມ ແລະ ບັນດາປະເທດໃນການເຈລະຈາໃນຂອບເຂດເສດຖະກິດມະຫາສະໝຸດອິນເດຍ - ປາຊີຟິກ, ທ່ານສະໜັບສະໜູນ ແລະ ຮ່ວມມືໃນການຊຸກຍູ້ພາກພື້ນແມ່ນ້ຳຂອງ ພັດທະນາສັນຕິພາບ, ຍືນຍົງ, ຢັ້ງຢືນການຖື ບົດບາດຂອງ ອາຊຽນເປັນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ