ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ

(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ
ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken
(ພາບ: baoquocte.vn)

        ຕອນຄ່ຳວັນທີ 13 ກໍລະກົດ, ຢູ່ນອກກອງປະຊຸມ AMM – 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງດຳເນີນຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken.

        ທ່ານລັດຖະມົນຕີ ບຸຍແທັງເຊີນ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ອາເມລິກາ ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ, ມຸ່ງໄປເຖິງການຍົກລະດັບການພົວພັນເມື່ອມີເງື່ອນໄຂທີ່ເໝາະສົມ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຕີລາຄາສູງໝາກຜົນການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບທ່ານປະທານາທິບໍດີ Joe Biden (ວັນທີ 30 ມີນາ 2023) ແລະ ເຫັນດີຈະສົມທົບກັບ ຫວຽດນາມ ຜັນຂະຫຍາຍໝາກຜົນຂອງການໂອ້ລົມດັ່ງກ່າວໃຫ້ບັນລຸປະສິດທິຜົນ, ພິເສດແມ່ນຊຸກຍູ້ບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງ 2 ປະເທດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ