ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືກ່ຽວກັບດ້ານວັດທະນະທຳ ແລະ ການພົວພັນປະຊາຊົນ

(VOVWORLD) - ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ສະເໜີໃຫ້ກະຊວງການຕ່າງປະເທດ ອາເມລິກາ ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ ຫວຽດນາມ ຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເວົ້າລວມ ກໍ່ຄືບັນດາການເຄື່ອນໄຫວຮ່ວມມືວັດທະນະທຳ, ການສຶກສາ ແລະ ການພົບປະປະຊາຊົນເວົ້າສະເພາະ
ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືກ່ຽວກັບດ້ານວັດທະນະທຳ ແລະ ການພົວພັນປະຊາຊົນ - ảnh 1ພິທີເຊັນບົດບັນທຶກຮ່ວມມືລະຫວ່າງສອງອົງການ
(ພາບ:PV/VOV-Washington )

ໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ, ວັນທີ 13 ມີນາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ຕ້ອນຮັບທ່ານນາງ Elizabeth Allen, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບການພົວພັນມະຫາຊົນ ແລະ ເປັນສັກຂີພິຍານພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກ່ຽວກັບດ້ານວັດທະນະທຳ ແລະ ການພົວພັນປະຊາຊົນ ຫວຽດນາມ - ອາເມລິກາ.

        ທີ່ການຕ້ອນຮັບ, ທ່ານນາງຮອງລັດຖະມົນຕີ Elizabeth Allen ຢັ້ງຢືນວ່າ: ລັດຖະບານ ອາເມລິກາ ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດໃຫ້ແກ່ການຫັນຂອບເຂດການພົວພັນໃໝ່ເປັນລະອຽດ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ທັງສອງຝ່າຍ; ທ່ານນາງ ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ສະຫງວນແຫຼ່ງກຳລັງເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືກັບ ຫວຽດນາມ ໃນຂົງເຂດວັດທະນະທຳ, ການສຶກສາ ແລະ ການພົບປະແລກປ່ຽນປະຊາຊົນ.

        ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ສະເໜີໃຫ້ກະຊວງການຕ່າງປະເທດ ອາເມລິກາ ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ ຫວຽດນາມ ຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເວົ້າລວມ ກໍ່ຄືບັນດາການເຄື່ອນໄຫວຮ່ວມມືວັດທະນະທຳ, ການສຶກສາ ແລະ ການພົບປະປະຊາຊົນເວົ້າສະເພາະ; ສະເໜີໃຫ້ທ່ານນາງຮອງລັດຖະມົນຕີ Elizabeth Allen ສືບຕໍ່ເອົາໃຈໃສ່ນຳບັນດາຂໍ້ຕົກລົງຮ່ວມມືເຂົ້າຜັນຂະຫາຍຢ່າງລະອຽດ, ໃນນັ້ນ ເນັ້ນໜັກບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນກ່ຽວກັບດ້ານວັນນະຄະດີ, ສິລະປະ, ຫໍສະໝຸດ, ອະນຸລັກຮັກສາມໍລະດົກຂອງສອງປະເທດ...

ຕອບກັບ

ຂ່າວ/ບົດ​ອື່ນ