ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​​ຊຸກ​ຍູ້ການ​ຮ່ວມ​ມື​ຮອບ​ດ້ານ

(VOVWORLD) - ທ່ານ ຫງວຽນຊວັນທັງ, ເລຂາສູນກາງພັກ, ປະທານສະພາທິດສະດີສູນກາງ, ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ວໍຊິງຕັນ ໃນລະຫວ່າງ ວັນທີ 10 -12 ກໍລະກົດ 2019.
ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​​ຊຸກ​ຍູ້ການ​ຮ່ວມ​ມື​ຮອບ​ດ້ານ - ảnh 1ທ່ານ ຫງວຽນຊວັນທັງ - ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ພົບປະກັບທ່ານ Walter Lohman - ຜູ້ອຳນວຍການສູນຄົ້ນຄ້ວາ Heritage Foundation. (ພາບ: TTXVN) 

ທ່ານ ຫງວຽນຊວັນທັງ ແລະ ຄະນະປະຕິບັດງານໄດ້ພົບປະ ແລະ ແລກປ່ຽນກັບຜູ້ຕາງໜ້າວົງການການເມືອງ ອາເມລິກາ, ນັກນິຕິບັນຍັດ, ນັກຊ່ຽວຊານວາງແຜນກຳນົດ, ໃຫ້ຄຳປຶກສາດ້ານການເມືອງ.

ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບມີປະສິດທິຜົນກ່ວາອີກ, ພິເສດໃນຂົງເຂດການເມືອງ - ການພົວພັນທາງການທູດ, ເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ ແລະ ການສຶກສາ, ພົວພັນແລກປ່ຽນປະຊາຊົນ… ພ້ອມທັງ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບົດບາດຂອງ ອາເມລິກາ ຢູ່ພາກພື້ນ ອາຊີ - ປາຊີຟິກ ໃນສະພາບການປັດຈຸບັນ, ປຶກສາຫາລືກ່ຽວກັບບັນດາວິທີການຊຸກຍູ້ການພົວພັນເສດຖະກິດ ການຄ້າ ລະຫວ່າງ ສອງປະເທດ, ດຶງດູດການລົງທຶນກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີຂອງ ອາເມລິກາ ເຂົ້າ ຫວຽດນາມ.

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານ ຫງວຽນຊວັນທັງ ໄດ້ພົບປະກັບການນຳ, ບັນດາສາດສະດາຈານ ແລະ ນັກວິທະຍາສາດ ຂອງ ມະຫາວິທະຍາໄລການພົວພັນສາກົນ Elliot School, ມະຫາວິທະຍາໄລ George Washington, ແລະ ບາງອົງການວິທະຍາສາດ ສຶກສາຕ່າງໆຂອງ ອາເມລິກາ ເພື່ອສືບຕໍ່ເພີ່ມທະວີຍູ້ແຮງຮ່ວມມືການຄົ້ນຄ້ວາ ແລະ ບຳລຸງສ້າງກ່ຽວກັບວິທະຍາສາດການຊີ້ນຳ, ຄຸ້ມຄອງ, ນະໂຍບາຍສາທາລະນະ, ການພົວພັນສາກົນ ແລະ ຄວາມໝັ້ນຄົງຍຸດທະສາດ…

 

ຕອບກັບ

ຂ່າວ/ບົດ​ອື່ນ