ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແລກ​ປ່ຽນ​ປະ​ສົບ​ການ ແລະ ນະ​ໂຍ​ບາຍ​ປິ່ນ​ປົວ​ພະ​ຍາດ​ໝາກ​ໄຂ່ຫຼ​ັງໄລ​ຍະ​ສຸດ​ທ້າຍ​ໃນ​ສ​ະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ປະຊາສົງເຄາະ ອາເມລິກາ Alex Azar ຖືວ່າ ບັນດາວຽກງານເຊິ່ງຫວຽດນາມ ພວມປະຕິບັດໄດ້ກາຍເປັນແບບຢາງໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ແລະ ທົ່ວໂລກ.
ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແລກ​ປ່ຽນ​ປະ​ສົບ​ການ ແລະ ນະ​ໂຍ​ບາຍ​ປິ່ນ​ປົວ​ພະ​ຍາດ​ໝາກ​ໄຂ່ຫຼ​ັງໄລ​ຍະ​ສຸດ​ທ້າຍ​ໃນ​ສ​ະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມອອນລາຍ ດ້ວຍຫົວຂໍ້ “ແລກປ່ຽນປະສົບການ ແລະ ນະໂຍບາຍໃນການປິ່ນປົວພະຍາດໝາກໄຂ່ຫຼັງໄລຍະສຸດທ້າຍ ໃນສະພາບການເກີດໂລກລະບາດໂຄວິດ - 19”  (ພາບ: suckhoedoisong.vn)

        ໃນສະພາບການທີ່ຈຳນວນຜູ້ມີພະຍາດປະຈຳຕົວ, ພະຍາດຊ້ຳເຮື້ອຕິດເຊື້ອພະຍາດໂຄວິດ - 19 ນັບມື້ນັບເພີ່ມຂຶ້ນສູງຢູ່ຫວຽດນາມ, ຕອນຄ່ຳວັນທີ 12 ສິງຫາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສົມທົບກັບສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມອອນລາຍ ດ້ວຍຫົວຂໍ້ “ແລກປ່ຽນປະສົບການ ແລະ ນະໂຍບາຍໃນການປິ່ນປົວພະຍາດໝາກໄຂ່ຫຼັງໄລຍະສຸດທ້າຍ ໃນສະພາບການເກີດໂລກລະບາດໂຄວິດ - 19” ໂດຍມີການເຂົ້າຮ່ວມຂອງບັນດານັກຊ່ຽວຊານ ອາເມລິກາ ແລະ ບັນດາໂຮງໝໍທີ່ພວມປິ່ນປົວຜູ້ຕິດພະຍາດໂຄວິດ - 19.

        ນະທີ່ນີ້, ບັນດານັກຊ່ຽວຊານສອງຝ່າຍໄດ້ພ້ອມກັນປຶກສາຫາລື, ແລກປ່ຽນ, ແບ່ງປັນປະສົບການກ່ຽວກັບການປິ່ນປົວພະຍາດໝາກໄຂ່ຫຼັງ ກໍຄືສະໜອງການບໍລິການສາທາລະນະສຸກໃຫ້ແກ່ຜູ້ເປັນພະຍາດໝາກໄຂ່ຫຼັງໄລຍະສຸດທ້າຍໃນສະພາບການເກີດໂລກລະບາດໂຄວິດ - 19.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ປະຊາສົງເຄາະ ອາເມລິກາ Alex Azar ຖືວ່າ ບັນດາວຽກງານເຊິ່ງຫວຽດນາມ ພວມປະຕິບັດໄດ້ກາຍເປັນແບບຢາງໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ