ຫວຽດນາມ ແລະ ອາເມລິກາເພີ່ມທະວີການຮ່ວມມືພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ

ຫວຽດນາມ ແລະ ອາເມລິກາເພີ່ມທະວີການຮ່ວມມືພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ - ảnh 1
​ການ​ເຮັດ​ວຽກລະ​ຫວ່າງ 2 ຝ່າຍ
(ພາບ: TTXVN)

(vovworld) - ວັນ​ທີ 21/03, ຢູ່​ຮ່າ​ໂນ​້ຍ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງຖະ​ແຫຼງ​ຂ່າວ ແລະ ສື່​ສານຫວຽດ​ນາມ ເຈືອງ​ມິງ​ຕ໋ວນ ໄດ້​ມີ​ການ​ເຮັດ​ວຽກ​ກັບ​​ທ່ານ​ເອກ​ອັກ​ຄະ​ລັດ​ທະ​ທູດອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Ted Osius ເພື່ອ​ແນ​ໃສ່​ຊຸ​ກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ​ຂ​ົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ທີ່​ການ​ເຮັດ​ວຽກ, ທ່ານລັດ​ຖະ​ມົນ​ຕີ ເຈືອງ​ມິງ​ຕ໋ວນ ສະ​ເໜີ​ໃຫ້ 2 ຝ່າຍ​ຍູ້​ແຮງ​ການ​ເຈ​ລະ​ຈາ​ດ້ານ​ນະ​ໂຍ​ບາຍ​ເພື່ອ​ສາ​ມາດ​ແບ່ງ​ປັນ ແລະ ເພີ່ມ​ທະ​ວ​ີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​​ເຊິ່ງ​ກັນ ແລະ ກັນກ່ຽວ​ກັບ​ວິ​ໄສ​ທັດ, ການ​ກຳ​ນົດ​ທິດ ກໍ​່ຄື​​ໃນ​ການຈັດ​ຕັ້ງ, ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຮ່ວມ​ມື​ຢ່າງ​ລະ​ອຽດ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ໄດ້ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ, ​ການໂອ້​ລົມ​ສົນ​ທະ​ນາ​ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ກາ​ນ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ການ​ບໍ​ລິ​ການ ແລະ ຮູບ​ແບບ​​ດຳ​ເນີນ​ທຸ​ລະ​ກິດໃໝ່ ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ສ້າງ​ບັນ​ດາ​ກົນ​ໄກ​​ສົມ​ທົບ​ກັນ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂ​ໍ້​ມ​ູນ​ຂ່າວ​ສານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ… ທ່ານ​ລັດ​ຖະ​ມ​ົນ​ຕີ ເຈືອງ​ມິງ​ຕ໋ວນ ກໍ່​ສະ​ເໜີ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ອາດ​ຈະ​ເຂົ້າ​ຮ່ວມ, ແບ່ງ​ປັນ​ເຕັກ​ໂນ​ໂລ​ຊີ​ ແລະ ຮ່ວມ​ມື​​ກັນສ້າງ​ມາດ​ຕະ​ຖານ​ຕີ​ລາ​ຄາ​ນະ​ຄອນ​ສະ​ຫຼາດ.

        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ໃຫ້​ຮູ​້​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ ຝ່າຍ​ອາ​ເມ​ລິ​ກາ ຈະ​ມີ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ທ້ອງ​ຖ​ິ່ນ​​ທີ່ພວມ​ແມ່ນ​ຈຸດ​ສຸມ​ໃນ​ການກໍ່​ສ້າງ​ນະ​ຄອນ​ສະ​ຫຼ​າດ​ຄ​ື: ຫາຍ​ຟ່ອງ, ກວາງ​ນິງ, ​ນະ​ຄອນ​ໂຮ່​ຈິ​ມິນ…


ຂ່າວ/ບົດ​ອື່ນ