ຫວຽດນາມ ແລະ ເບລາຣຸດ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ

(VOVWORLD) - ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການພົວພັນ 2 ຝ່າຍ
ຫວຽດນາມ ແລະ ເບລາຣຸດ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການພົບປະເຈລະຈາ)

        ຕອນເຊົ້າວັນທີ 08 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ເບລາຣຸດ Roman Golovchenko, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 06 – 09 ທັນວາ.

  ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການພົບປະເຈລະຈາຢູ່ສຳນັກງານລັດຖະບານ. ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການພົວພັນ 2 ຝ່າຍ, ພ້ອມທັງເປັນເອກະພາບຫຼາຍມາດຕະການລະອຽດ ແນໃສ່ນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ ແລະ ບັນລຸປະສິດທິຜົນ, ກໍຄືປຶກສາຫາລືບັນດາບັນຫາຢູ່ພາກພື້ນ, ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຫວຽດນາມ ແລະ ເບລາຣຸດ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ - ảnh 2ທ່ານນາຍົກລັດຖະມົນຕີ ສ.ເບລາຣຸດ Roman Golovchenko ກ່າວຄຳເຫັນທີ່ການພົບປະເຈລະຈາ
(ພາບ: TTXVN)

        ນາຍົກລັດຖະມົນຕີ 2 ທ່ານໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັກສາການພົບປະທຸກຂັ້ນ; ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ກັບບັນດາມາດຕະການສອດຄ່ອງກັບສະພາບການ ແລະ ເງື່ອນໄຂຂອງແຕ່ລະປະເທດ. 2 ຝ່າຍເຫັນດີສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, 2 ປະເທດຕ້ອງຂຸດຄົ້ນຄວາມສາມາດບົ່ມຊອນຮ່ວມມື 2 ຝ່າຍໃຫ້ຫຼາຍກວ່າອີກ. 2 ຝ່າຍເຫັນດີມານະພະຍາຍາມເພີ່ມວົງເງິນການຄ້າ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າໄດ້ສຳພັດຕະຫຼາດຂອງກັນ. ພ້ອມກັນນັ້ນ, ເຫັນດີເປີດກວ້າງໄປສູ່ຂົງເຂດອື່ນທີມີຄວາມສາມາດບົ່ມຊ້ອນ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ການສຶກສາບຳລຸງສ້າງ…

        ພາຍຫຼັງການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ