ຫວຽດນາມ ແລະ ເວເນຊູເອລາ ຮ່ວມມືໃນຂົງເຂດກະສິກຳຢ່າງມີປະສິດທິຜົນ

(VOVWORLD) - ທ່ານ Jorge Rondon Uzcategui ເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ບັນດາໂຄງການຮ່ວມມືໃນຂົງເຂດກະສິກຳລະຫວ່າງ ເວເນຊູເອລາ ແລະ ຫວຽດນາມ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນທີ່ສຸດ. 
ຫວຽດນາມ ແລະ ເວເນຊູເອລາ ຮ່ວມມືໃນຂົງເຂດກະສິກຳຢ່າງມີປະສິດທິຜົນ - ảnh 1 ຫວຽດນາມ ແລະ ເວເນຊູເອລາ ຮ່ວມມືໃນຂົງເຂດກະສິກຳຢ່າງມີປະສິດທິຜົນ (ພາບ: Vietnam+)

ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ຮ່າໂນ້ຍ ໃນວັນທີ 10 ມັງກອນ, ເນື່ອງໃນໂອກາດທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຮັບດຳລົງຕຳແໜ່ງຄືນໃໝ່, ທ່ານເອກອັກຄະລັດຖະທູດ Jorge Rondon Uzcategui ໃຫ້ຮູ້ວ່າ: ນອກຈາກບັນດາໂຄງການຮ່ວມມືໃນຂົງເຂດນ້ຳມັນອາຍແກັດແລ້ວ, ຫວຽດນາມ ແລະ ເວເນຊູເອລາ ພວມຕັ້ງໜ້າຜັນຂະຫຍາຍບັນດາໂຄງການພັດທະນາການປູກເຂົ້າ, ລ້ຽງປູກສັດສິນໃນນ້ຳ. ທ່ານເອກອັກຄະລັດຖະທູດ Jorge Rondon Uzcategui  ເນັ້ນໜັກວ່າ ໃນອາຍຸການ 2019 – 2025, ລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro ຈະຕັ້ງໜ້າຊຸກຍູ້ບັນດານະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດ, ພ້ອງທັງສະແດງໃຫ້ເຫັນຄວາມປາດຖະໜາຢາກ ສືບຕໍ່ເປີດກ້ວາງບັນດາໂຄງການຮ່ວມມືກັບບັນດານັກລົງທຶນ ຫວຽດນາມ. ທ່ານໃຫ້ຮູ້ວ່າ ຂະແໜງຕ່ຳແຜ່ນຕັດຫຍິບແມ່ນໜຶ່ງໃນບັນດາຂົງເຂດ ເຊິ່ງ 2 ປະເທດສາມາດຮ່ວມມືໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ