ຫວຽດນາມ ແລະ ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(VOVWORLD) - ທ່ານປະທານສະພາຕ່ຳ Éliane Tillieux ເນັ້ນໜັກວ່າ, ເລື່ອງມະຕິໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມ 100% ຈາກພັກຝ່າຍການເມືອງທັງໝົດຂອງ ແບນຊິກ
ຫວຽດນາມ ແລະ ແບນຊິກ ຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະ
(ພາບ: TTXVN)

        ວັນທີ 07 ພະຈິກ, ທ່ານປະທານສະພາຕ່ຳ ແບນຊິກ Éliane Tillieux ໄດ້ພົບປະກັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ ຫວຽນວັນຖາວ. ທີ່ການພົບປະ, ທ່ານປະທານສະພາຕ່ຳ Éliane Tillieux ເນັ້ນໜັກວ່າ, ເລື່ອງມະຕິໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ໄດ້ຮັບຄວາມເຫັນດີເຫັນພ້ອມ 100% ຈາກພັກຝ່າຍການເມືອງທັງໝົດຂອງ ແບນຊິກ, ນີ້ເປັນການສະແດງໃຫ້ເຫັນຄວາມສົນໃຈຢ່າງແທ້ຈິງຕໍ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ ຫວຽດນາມ ແລະ ໃນທົ່ວໂລກ ກໍຄືບັນດາຄວາມສ່ຽງໃຫຍ່ຫຼວງຕໍ່ສິ່ງແວດລ້ອມ ເຊິ່ງທາດພິດເຄມີດັ່ງກ່າວກໍ່ຂຶ້ນ. ທ່ານເນັ້ນໜັກວ່າ, ການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ແບນຊິກ ບໍ່ພຽງແຕ່ຜ່ານທາງການທູດ, ການທູດລັດຖະສະພາເທົ່ານັ້ນ ຫາກຍັງຜ່ານບັນດາມະຕິ ແລະ ຂໍ້ຕົກລົງທີ່ໄດ້ຍົກອອກມາຢູ່ສະພາແຫ່ງຊາດອີກດ້ວຍ ແລະ ໄດ້ສົ່ງຜົນກະທົບຢ່າງແຮງເຖິງອະນາຄົດຂອງ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໄດ້ຕີລາຄາສູງການສະໜັບສະໜູນ ແລະ ບັນດາຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງລັດຖະສະພາ ແບນຊິກ ທີ່ໄດ້ຮັບຮອງເອົາມະຕິ; ທ່ານຢືນຢັນວ່າ ມະຕິດັ່ງກ່າວຈະຊ່ວຍເພີ່ມທະວີຄວາມຮັບຮູ້ກ່ຽວກັບບັນຫາທາດພິດສີສົ້ມ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍຜູ້ປະສົບເຄາະຮ້າຍ. ທ່ານໃຫ້ຄຳໝັ້ນສັນຍາວ່າ, ສະຖານທູດ ຫວຽດນາມ ຈະສົມທົບກັບຝ່າຍ ແບນຊິກ ເພື່ອຊຸກຍູ້ການຮ່ວມມືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ