ຫວຽດ​ນາມ ແລະ ແບນ​ຊິກຮ່ວມ​ມື​ໃນ​ຂົງ​ເຂດກວດ​ສອບ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ Brussels ປະເທດ ແບນຊິກ, ວັນທີ 26 ກຸມພາ, ຄະນະຜູ້ແທນຂັ້ນສູງຂອງ ອົງການກວດສອບແຫ່ງລັດ ຫວຽດນາມ ໂດຍທ່ານ ໂຮ່ດຶກເຟີກ ປະທານອົງການກວດສອບແຫ່ງລັດນຳໜ້າ, ໄດ້ມີການເຮັດວຽກກັບ ອົງການກວດສອບບັນຊີລາຊະອານາຈັກແບນຊິກ ໂດຍທ່ານ Philippe Roland ປະທານອົງການກວດສອບບັນຊີເປັນປະທານໃນການຕ້ອນຮັບ.
ຫວຽດ​ນາມ ແລະ ແບນ​ຊິກຮ່ວມ​ມື​ໃນ​ຂົງ​ເຂດກວດ​ສອບ - ảnh 1ທ່ານ ໂຮ່ດຶກເຟີກ ປະທານອົງການກວດສອບແຫ່ງລັດນຳໜ້າ ແລະ ທ່ານ Philippe Roland ປະທານອົງການກວດສອບບັນຊີ ແບນຊິກ (ພາບ: TTXVN)

ທີ່ການເຮັດວຽກ, ສອງຝ່າຍໄດ້ສະແດງຄວາມກຽມພ້ອມໃນການຊຸກຍູ້ການຮ່ວມມືລະຫວ່າງ ອົງການກວດສອບບັນຊີ ແບນຊິກ ແລະ ອົງການກວດສອບແຫ່ງລັດ ຫວຽດນາມ ໃນຂົງເຂດຄື: ແບ່ງປັນບົດຮຽນປະສົບການ, ຄວາມຮູ້, ບັນດາວິທີການກວດສອດບັນຊີເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານ ໂຮ່ດຶກເຟີກ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຄະນະປະຕິບັດງານດ້ານວິຊາສະເພາະກ່ຽວກັບບັນດາຫົວຂໍ້ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ວາອີກ. ພ້ອມທັງ ປາດຖະໜາວ່າ ອົງການກວດສອບບັນຊີ ແບນຊິກ ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງອົງການ INTOSAI ແລະ EUROSAI ຈະສະເໜີການໜູນຊ່ວຍໃຫ້ແກ່ອົງການກວດສອບແຫ່ງລັດ ຫວຽດນາມ ກ່ຽວກັບຂົງເຂດ ກວດສອບບັນຊີລັດຖະບານ ເຊິ່ງເປັນທ່າແຮງຂອງ ອົງການກວດສອບບັນຊີ ແບນຊິກ.

        ແລະກໍ່ໃນຂອບເຂດການເຮັດວຽກ, ບັນດາຫົວໜ້າກົມທີ່ຕາງໜ້າໃຫ້ແກ່ອົງການກວດສອບບັນຊີແບນຊິກ ໄດ້ແບ່ງປັນປະສົບການຕ່າງໆ ທີ່ເປັນຜົນປະໂຫຍດໃຫ້ແກ່ອົງການກວດສອບແຫ່ງລັດ ຫວຽດນາມ ກ່ຽວກັບການ ກວດສອບບັນຊີເຕັກໂນໂລຢີ - ຂໍ້ມູນຂ່າວສານ ແລະ ການກວດສອບບັນຊີເຄື່ອນໄຫວ, ພ້ອມທັງປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ຫວຽດນາມ ແລະ ອົງການກວດສອບບັນຊີແບນຊິກຈະນັບມື້ນັບພັດທະນາ, ແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ