ຫວຽດນາມ ແລະ ແຟງລັງ ເພີ່ມທະວີການຮ່ວມມື ໃນທຸກຂົງເຂດ

(VOVWORLD) - ວັນທີ 19 ຕຸລາ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ຫວຽດນາມ ສິ້ນສຸດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ. 
ຫວຽດນາມ ແລະ ແຟງລັງ ເພີ່ມທະວີການຮ່ວມມື ໃນທຸກຂົງເຂດ - ảnh 1ທ່ານນາງ ດັ້ງທິງ້ອກທີ້ງ ແລະ ທ່ານນາງ Sanni Grahn – Laasonen (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ທີ່ດຳເນີນແຕ່ວັນທີ 16 - 19 ຕຸລາ, ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທິ້ງ ມີບັນດາການຕ້ອນຮັບການນຳຂອງບາງກະຊວງ, ຂະແໜງການ ແລະ ວິສາຫະກິດ ແຟງລັງ. ທີ່ການຕ້ອນຮັບ ທ່ານ Kai Mykkanen ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ພັດທະນາ ແຟງລັງ, ທ່ານນາງ ຮອງປະທານປະເທດ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພວມຍູ້ແຮງການ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນບັນດາລັດວິສາຫະກິດເປັນຫຸ້ນສ່ວນ, ຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດຜ່ານບັນດາສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ. ໃນຂະນະນັ້ນ, ທ່ານ ລັດຖະມົນຕີ Kai Mykkanen ໃຫ້ຮູ້ວ່າ ໃນໄລຍະຈະມາເຖີງ, ແຟງລັງ ບຸລິມະສິດຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດເສດຖະກິດ - ການຄ້າ. ເມື່ອຕ້ອນຮັບທ່ານ Sanni Grahn – Laasonen, ລັດຖະມົນຕີກະຊວງການສຶກສາ ແລະ ວັດທະນະທຳ, ທ່ານນາງ ຮອງປະທານປະເທດ ດັ້ງທິງອັກທິ້ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະມີການຮ່ວມມືຫຼາຍກວ່າອີກ ແລະ ສະເໜີ ແຟງລັງ ເພີ່ມທຶນການສຶກສາໃຫ້ນັກຄົ້ນຄ້ວາປະລິນຍາເອກ ຫວຽດນາມ ຕື່ມອີກ; ເພີ່ມທະວີບັນດາລາຍການບຳລຸງສ້າງຮ່ວມສຳພັນລະຫວ່າງບັນດາພື້ນຖານການສຶກສາ ແລະ ການໜູນຊ່ວຍ, ຍົກສູງຄຸນນະພາບການສິດສອມໃຫ້ຂະແໜງການສຶກສາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ