ຫວຽດນາມ ແລະ ແອດສປາຍ ຊຸກຍູ້ ການຮ່ວມມືໃນຂົງເຂດ ເສດຖະກິດ - ການຄ້າ

ຫວຽດນາມ ແລະ ແອດສປາຍ ຊຸກຍູ້ ການຮ່ວມມືໃນຂົງເຂດ ເສດຖະກິດ - ການຄ້າ - ảnh 1
ທ່ານ Josse Manuel Garcia Margallo
(ພາບ: qdnd.vn)


(vovworld) -​ ຕອນ​ຄຳ່​ວັນ​ທີ 27/3, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື ​ແອດ​ສປາຍ Josse Manuel Garcia Margallo

        ທີ່​ການ​ຕ້ອນຮັບ, ທ່ານ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຖື​ວ່າ, ​ໄລຍະ​ຜ່ານ​ມາ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​ມີ​ບາດກ້າວ​ພັດທະນາ​ຢ່າງ​ໄວ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຍັງ​ມີ​ຫຼາຍ​ຢູ່. ດັ່ງ​ນັ້ນ, ​ເລື່ອງ​ແອດ​ສປາຍ ​ເຊັນ​ສັນຍາ​ການ​ຄ້າ​ເສລີ (DTA) ລະຫວ່າງ​ຫວຽດນາມ - ​ສະຫະພາບ​ເອີ​ລົບ (EU) ​ໂດຍ​ໄວ ຈະ​ແມ່ນ​ພື້ນຖານ​ດ້ານ​ກົດໝາຍ​ສຳຄັນ​ເພື່ອ​ຊຸກຍູ້​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ກັບ​ພາກ​ພື້ນ EU ​ເວົ້າ​ລວມ. ທ່ານ​ປະທານ​ປະ​ເທດ​ກໍ່​ຢັ້ງຢືນ​ວ່າ, ຫວຽດນາມ ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແອດ​ສປາຍ ​ແຊກ​ຊືມ​ເຂົ້າ​ຕະຫຼາດ​ກວ້າງ​ໃຫຍ່​ຂອງ​ອາ​ຊຽນບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ສະ​ເໜີ​ໃຫ້​ສອງ​ຝ່າຍ​ຕັ້ງໜ້າ​ຜັນ​ຂະ​ຫຍາ​ຍບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ລະອຽດ, ຜ່ານ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ ​ເພື່ອ​ຊຸກຍູ້​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ.

        ສ່ວນ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື ​ແອດ​ສປາຍ Josse Manuel Garcia Margallo ກໍ່​ຖື​ວ່າ, ສອງ​ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ​ກວ່າ​ອີກ, ດ້ວຍ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ. ທ່ານ​ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຮູ້​ການ​ລົງທຶນ​ເຂົ້າ​ຕະຫຼາດ​ຂອງ​ກັນ ກໍ່​ຄື​ແຊກ​ຊືມ​ເຂົ້າ​ຕະຫຼາດ​ອາ​ຊຽນ ​ແລະ EU. ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື ​ແອດ​ສປາຍJosse Manuel Garcia Margallo ຢັ້ງຢືນ​ຈະ​ຊຸກຍູ້ EU ​ເຊັນ​ສັນຍາ​ການ​ຄ້າ​ເສລີ EU - ຫວຽດນາມ ​ໂດຍ​ໄວ

   ແລະກໍ່ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງການ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ລາຊະ​ອານາຈັກ​ແອດ​ສປາຍ Josse Manuel Garcia Margallo,  ​ວັນ​ທີ 27/03, ຢູ່​ຮ່າ​ໂນ້ຍ, ​​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ການ​ຮ່ວມ​ມື​ແອດ​ສປາຍ - ຫວຽດນາມ: ຄູ່​ຮ່ວມມື​ໃນ​ການພັ​ດທະນາ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ປະ​ທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ຫງວຽນ​ທິ​ແທງ​ຮ່ວາ ​ເນັ້ນ​ໜັກ​ວ່າ: ດ້ວຍ​ການ​ໜູ​ນຊ່ວຍ​ຂອງ​ອົງການ​ຮ່ວມ​ມື​ສາກົນ ​ແລະ ພັດທະນາ​ແອດ​ສປາຍ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແອດ​ສປາຍ, ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ໂຄງການ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງ​ແຍງ​ສຸຂະພາບ, ນ້ຳ​ສະອາດ, ທຳ​ຄວາມ​ສະອາດ​ສິ່ງ​ແວດ​ລ້ອມ... ບັນດາ​ໂຄງການ​ໄດ້​ຊ່ວຍ​ປັບປຸງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງ​ແມ່ຍິງ, ​ເດັກນ້ອຍ ​ແລະ ປະຊາຊົນ​ຫຼາຍ​ຄົນຢູ່​ປະຊາ​ຄົມ​ ​ແລະ ຍົກ​ສູງ​ທີ່​ຕັ້ງ​ຂອງ​​ແມ່ຍິງ​ໃນ​ຫຼາຍ​ຂົງ​ເຂດ.

        ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ແລະ ພັດທະນາລາຊະ​ອານາຈັກ​ແອດ​ສປາຍ Josse Manuel Garcia Margallo ​ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ ​ແລະ ພັ​ດທະນາ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິທີ​ການ​ທີ່​ມີ​ປະສິດທິ​ຜົນ ​ແລະ ສຳຄັນ​ທີ່​ສຸດ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະສາດ​ລະຫວ່າງ​ແອດ​ສປາຍ ​ແລະ ຫວຽດນາມ.

        ທ່ານ​ລັດຖະມົນຕີ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແອດສປາຍ ຈະໜູນ​ຊ່ວຍ​ບັນຫາ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ໜູນ​ຊ່ວຍ​ລະບຽບ​ການ ​ແລະ ກອບ​ກົດໝາຍ ​ເພື່ອ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​​ຍິງຊາຍ, ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ.

ຂ່າວ/ບົດ​ອື່ນ