ຫວຽດ​ນາມ ແລະ ໂມ​ນາ​ໂກ ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື

(VOVWORLD) -ຫວຽດນາມ ມີຄວາມປາດຖະໜາຢາກຮັກສາ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບ ໂມນາໂກ ໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມນາໂກ ໃນບັນດາຂົງເຂດຄື ເສດຖະກິດຂຽວ, ການເດີນເຮືອ, ການຫັນເປັນດີຈີຕອນ...
ຫວຽດ​ນາມ ແລະ ໂມ​ນາ​ໂກ ມີ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື - ảnh 1ພິທີຍື່ນສານຕາຕັ້ງ  (ພາບ: VOV)

ວັນທີ 3 ພຶດສະພາ, ທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ຝລັ່ງ ແລະ ໂມນາໂກ ໄດ້ຍື່ນສານຕາຕັ້ງຕໍ່ ສະເດັດເຈົ້າ ໂມນາໂກ Albert II. ພິທີດັ່ງກ່າວຖືກຈັດຂຶ້ນຢູ່ ພະລາຊະວັງ ໂດຍມີການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ, ທ່ານນາງ Isabelle Berro Amadei ແລະ ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ລັດຖະບານ ໂມນາໂກ.

        ໃນການຕ້ອນຮັບຂອງສະເດັດເຈົ້າທີ່ດຳເນີນພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາຢາກຮັກສາ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບ ໂມນາໂກ ໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມນາໂກ ໃນບັນດາຂົງເຂດຄື ເສດຖະກິດຂຽວ, ການເດີນເຮືອ, ການຫັນເປັນດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກຮັກສາຊີວະນາໆພັນ, ການພັດທະນາການທ່ອງທ່ຽວ, ແລກປ່ຽນວັດທະນະທຳ…

        ສະເດັດເຈົ້າ Albert II ຕີລາຄາສູງທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ຢູ່ເວທີສາກົນ, ສະແດງຄວາມປະທັບໃຈຕໍ່ຜົນງານທາງດ້ານເສດຖະກິດ - ສັງຄົມ ກໍຄື ໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ສະເດັດເຈົ້າ Albert II ກໍເຫັນດີເປັນເອກະພາບ ໂດຍຖືວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື, ສອງຝ່າຍຄວນເພີ່ມທະວີການພົບປະ, ແລກປ່ຽນ ແລະ ແຈ້ງໃຫ້ກັນຊາບກ່ຽວກັບຄວາມສາມາດຮ່ວມມືລະຫວ່າງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ